ກອງປະຊຸມສະຫລຸບວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ

ກອງປະຊຸມສະຫລຸບວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນທີ່ກອງປະຊຸມ
ສຳມະນາ
ພາບ:baodientuchinhphu.vn


(vovworld) - ກອງປະຊຸມ​ສະຫລຸບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ຈຸດ​ສຸມ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012 ​ໂດຍ​ຄະນະ​ຊີ້​ນຳ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານອາດຊະຍາ​ກຳຂອງ​ລັດຖະບານ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 24/10 ຢູ່ ຮ່າ​ໂນ້ຍ. ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ໂຄ​ງການ​ ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານອາດຊະຍາ​ກຳຂອງ​ລັດຖະບານ ​ແລ້ວ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ການ​ສືບສວນ, ພົບ​ເຫັນ​ກວ່າ 37.000 ຄະ​ດີ​ລະ​ເມີດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຄະ​ດີ​ອາຍາ​ຫລຸດ​ລົງ 1,37%, ຄະ​ດີ​ເສດຖະກິດ​ເພີ່ມ​ຂຶ້ນ​ກວ່າ 9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັບ​ຂອງ​ປີ​ກາຍ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຖື​ວ່າ:

        “ຢູ່​ອົງການ​ຈັດ​ຕັ້ງ​ໃດ​, ອົງຄະ​ນະ​ພັກມີ​ຄວາມຕັດສິນ​​ໃຈຢ່າງ​ສູງ, ການ​ນຳ​ມີ​ຄວາມ​ເອົາ​ໃຈ​​ໃສ່​ຊີ້​ນຳ​ຢ່າງ​ມີຈຸດ​ສຸມ ​ແລະ ວາງ​ອອກ​ບັນດາ​ມາດ​ຕະການ​ຄົບ​ຊຸດ, ມີ​ວິທີ​ປະຕິບັດ​ຢ່າງ​ເໝາະ​ສົມ, ​ເປັນ​ຕົ້ນ​ແມ່ນ​ລະດົມ​ກຳລັງ​ແຮງ​ຂອງ​ລະບົບ​ການ​ເມ​ືອງ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ, ອົງການ​ຈັດ​ຕັ້ງ​ນັ້ນ​ຈະ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ເປັນ​ຢ່າງ​ດີ ​ແລະ ກົງກັນຂ້າມ.  ຄະນະ​ຊີ້​ນຳ​ໄດ້​ຖື​ ຫນ້າ​ທີ່​ປ້ອງ​ກັນ ​ແລະ ຕ້ານ​ອາດຊະ​ຍາ​ກຳ​ແມ່ນ​ຫນ້າ​ທີ່​ສຳຄັນ, ​ເປັນ​ປະຈຳ ​ແລະ ພວກ​ເຮົາ​ຕ້ອງປະຕິບັດ​ວຽກ​ງານ​ນີ້​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012 ​ແລະໄລຍະ​ຈະ​ມາ​ເຖິງຢ່າງ​ມີ​ປະສິດທິ​ຜົນ.”

ຂ່າວ/ບົດ​ອື່ນ