ກອງປະຊຸມສະໄໝສາມັນເທື່ອທີ3,ສະພາແຫ່ງຊາດຊຸດທີ14ຈະໄຂຂຶ້ນໃນຕອນເຊົ້າວັນທີ22ພຶດສະພາ

(VOVWORLD) -ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພາ.

ກອງປະຊຸມສະໄໝສາມັນເທື່ອທີ3,ສະພາແຫ່ງຊາດຊຸດທີ14ຈະໄຂຂຶ້ນໃນຕອນເຊົ້າວັນທີ22ພຶດສະພາ - ảnh 1 (ການປະຊຸມຂ່າວກ່ຽວກັບກອງປະຊຸມ ສະໄໝສາມັນເທື່ອທີ 3,

ສະພາແຫ່ງຊາດຊຸດທີ 14)

ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກມາທີ່ການປະຊຸມຂ່າວກ່ຽວກັບກອງປະຊຸມ ສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 14 ເຊິ່ງດຳເນີນໃນຕອນບ່າຍ ວັນທີ 19 ພຶດສະພາ ຢູ່ຫໍສະພາແຫ່ງຊາດ. ການປະຊຸມຂ່າວໂດຍທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ເປັນປະທານ. ທີ່ກອງປະຊຸມສະໄໝສາມັນນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 13 ສະບັບ, ຮ່າງມະຕິ 5 ສະບັບ ແລະ ໃຫ້ຄວາມເຫັນໃສ່ຮ່າງກົດໝາຍອື່ນອີກ 5 ສະບັບ. ໃນຮ່າງກົດໝາຍ 13 ສະບັບເຊິ່ງສະພາແຫ່ງຊາດພິຈາລະນາຮັບຮອງເອົາ, ເປັນໜ້າໃສ່ໃຈແມ່ນກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາ ປີ 2015; ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ ( ສະບັບປັບປຸງ ); ກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ ( ສະບັບປັບປຸງ ); ກົດໝາຍວ່າດ້ວຍການວາງແຜນຜັງ. ພ້ອມກັນນັ້ນ, ທີ່ກອງປະຊຸມສະໄໝສາມັນນີ້, ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາບາງມະຕິສຳຄັນ ເຊິ່ງລວມມີ: ມະຕິກ່ຽວກັບການປະຕິບັດປະມວນກົດໝາຍອາຍາ; ມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2018; ມະຕິກ່ຽວກັບການແກ້ໄຂໜີ້ເສຍຂອງບັນດາອົງການສິນເຊື່ອ. ສະພາແຫ່ງຊາດກໍ່ສະຫງວນເວລາ ເພື່ອພິຈາລະນາ, ປຶກສາຫາລື ແລະ ຕັດສິນບາງບັນຫາທີ່ກ່ຽວຂ້ອງ ເຖິງສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດບັນດາຊຸມເດືອນຕົ້ນປີ 2017. ພ້ອມກັນນັ້ນ ກໍ່ດຳເນີນການຕິດຕາມກວດກາສູງສຸດ ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບຄວາມປອດໄພດ້ານສະບຽງອາຫານ ໄລຍະ 2011-2016; ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ.

ຕອບກັບ

ຂ່າວ/ບົດ​ອື່ນ