ກອງປະຊຸມສຳມະນາ ວິທະຍາສາດ “ແງ່ຫວັງ ພັດທະນາການພົວພັນລະຫວ່າງລັດເຊຍ - ຫວຽດນາມ ໃນໄລຍະໃໝ່”

ກອງປະຊຸມສຳມະນາ ວິທະຍາສາດ “ແງ່ຫວັງ ພັດທະນາການພົວພັນລະຫວ່າງລັດເຊຍ - ຫວຽດນາມ ໃນໄລຍະໃໝ່” - ảnh 1
ກອງ​ປະຊຸມ​ວິທະຍາສາດ “​ແງ່​ຫວັງ​ພັດທະນາ​ການ​ພົວພັນ​
ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ໃນ​ໄລຍະ​ໃໝ່”

(vovworld) – ກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “​ແງ່​ຫວັງ​ພັດທະນາ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ໃນ​ໄລຍະ​ໃໝ່” ດຳ​ເນີນ​ໄປ​ໃນ​ວັນ​ທີ 22/11, ຢູ່​ມົດສກູ, ຕໍ່​ການ​ຢ້ຽມຢາມ​ສະຫະພັນລັດ​ເຊຍຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ. ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ​ກ່ຽວຂ້ອງ​ເຖິງບັນດາ​ປັດ​ໃຈ​ປະຫວັດສາດ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບອະດີດ​ສະຫະພາບ ​ໂຊ​ວຽດ ​ຫຼື ສະຫະພັນ​ລັດ​ເຊຍ ​​ໃນປະຈຸ​ບັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Dmitri Mosiakov, ຫົວໜ້າສູນຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ທະວີບ​ອົດສຕາ​ລີ ​ແລະ ທະວີບ​ໂອ​ເຊ​ເນຍ ຖື​ວ່າ.

        “ຂ້າພະ​ເຈົ້າ​ຖື​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ: ທີ່ 1 ​ຍ້ອມ​ມັນ​ເໝາະ​ສົມ​ກັບ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ແລະ ມັນ​ໄດ້​ເຕົ້າ​ໂຮມ​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ຫວຽ​ດນາມ, ຍົກ​ອອກ​ບັນດາ​ການ​ໄຈ້​ແຍກ, ຕີ​ລາຄາ​ຂອງ​ຕົນ. ທີ 2 ​ແມ່ນກ່ຽວ​ກັບ​ຈຸດ​ເວລາ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ຖືກ​ກັບ​ວັນເວລາ, ປະຈຸ​ບັນ​ສະພາບ​ການ​ພວມ​ສັບສົນ, ຕາມ​ນັ້ນ​ແລ້ວ, ຄື​ບັນດາ​​ເພື່ອນ​ກໍ່​​ໄດ້​ຮູ້​ແລ້ວ​ວ່າ, ລັດ​ເຊຍ ພວມ​ຖືກ​ລົງ​​ໂທດ​ຈາກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ການ​ຢ້ຽມຢາມ​ລັດ​ເຊຍ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ໃຫ້​ເຫັນ​ວ່າ ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ຂອງ​ຫວຽດນາມ ສຳລັບ​ລັດ​ເຊຍ.”

ຂ່າວ/ບົດ​ອື່ນ