ກອງປະຊຸມສຳມະນາກ່ຽວກັບສັນຍາການຄ້າເສລີໃໝ່

ກອງປະຊຸມສຳມະນາກ່ຽວກັບສັນຍາການຄ້າເສລີໃໝ່ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/8, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສູນ​ສົ່ງ​ເສີມ​ການລົງທຶນ, ການ​ຄ້າ, ການທ່ອງທ່ຽວຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ສັນຍາ​ການ​ຄ້າ​ເສລີ​ FTA  ​ແລະ​ສັນຍາ​ການ​ຄ້າ​ເສລີໃໝ່“. ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​ໄດ້​ລົງ​ນາມ​ໃນ 10 ສັນຍາ ​ແລະ ພວມ​ເຈລະຈາ 5 ສັນຍາ FTA. ຜ່ານ​ນັ້ນ​ນຳ​ມາ​ໃຫ້​ຫວຽດນາມ ບັນດາ​ໂອກາດ​ຄື: ສິນຄ້າ​ຫຼາຍ​ປະ​ເພດ​ຖືກ​ຫຼຸດ​ພາສີລົງ 0%, ​ນຳ​ເຂົ້າສິນຄ້າ​ດ້ວຍ​ລາຄາ​ຖືກ, ການ​ບໍລິ​ກາ​ນທີ່​ດີ, ດຶງ​ດູດ​ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໄປ​ຄຽງ​ຄູ່​ກັນ​ນັ້ນ​ກໍ່​ມີ​ການ​ທ້າ​ທາຍຫຼາຍ​ຢ່າງ. ທ່ານ ​ເຢືອງວັນ​ເຢິນ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ Bigsun ຫວຽດນາມ, ຖື​ວ່າ:

“​ເພື່ອ​ເຂົ້າ​​ຮ່ວມຕະຫຼາດຕ່າງໆ, ວິ​ສາ​ຫະກິດ​ຕ້ອງ​ກະກຽມ​ຫຼາຍ​ທີ່​ສຸດ. ປະຈຸ​ບັນ​ວິ​ສາ​ຫະກິດ​ພວກ​ຂ້າພະ​ເຈົ້າ​ບໍ່​ທັນ​ມີ​ກຳລັງ​ຢ່າງ​ພຽງພໍ​ເພື່ອ​ແກ່ງ​ແຍ້​ງ ກັບ​ຕະຫຼາດ​ເຫຼົ່ານັ້ນ. ດັ່ງ​ນັ້ນ​ວຽກ​ງານ​ທຳ​ອິດ​ຈະ​ຕ້ອງ​ເຮັດ ແມ່ນ​ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ, ​ໂຮງ​ຈັກ, ​ໂຮງງານ, ​ລົງທຶນປະກອບເຄື່ອງ​ຈັກ, ​ອຸປະກອນ, ທັງ​ນຳ​ໃຊ້​ບັນດາ​ມາດຕະຖານ, ຂັ້ນ​ຕອນ​ຄຸ້ມ​ຄອງ​ໃໝ່“.

 

ຂ່າວ/ບົດ​ອື່ນ