ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ

(VOVWORLD) - ກອງປະຊຸມໄດ້ໄຈ້ແຍກ, ເຮັດແຈ້ງການສົມທົບກັນຂອງບັນດາບັ້ນຮົບໃນທົ່ວປະເທດກັບ ດຽນບຽນຝູ; ບັນດາກຳລັງປະກອບອາວຸດ ແລະ ປະຊາຊົນ ເຂດໄຕບັກເວົ້າສະເພາະ, ທົ່ວປະເທດເວົ້າລວມ, ບົດບາດ, ການປະກອບສ່ວນຂອງແນວຫຼັງ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ - ảnh 1ກອງປະຊຸມສຳມະນາ ວິທະຍາສາດ ລະດັບຊາດ “ໄຊຊະນະດ້ຽນບຽນຝູ ດ້ວຍພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ” (ພາບ: VOV)

ຕອນເຊົ້າວັນທີ 11 ເມສາ, ຢູ່ແຂວງ ດຽນບຽນ, ໄດ້ດຳເນີນກອງປະຊຸມສຳມະນາ ວິທະຍາສາດ ລະດັບຊາດ “ໄຊຊະນະດ້ຽນບຽນຝູ ດ້ວຍພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ສັງຄົມນິຍົມ ຫວຽດນາມ”. ກອງປະຊຸມສຳມະນາໂດຍກະຊວງປ້ອງກັນປະເທດ ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງ, ກະຊວງຕຳຫຼວດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ແຂວງ ດຽນບຽນຈັດຂຶ້ນ.

ກອງປະຊຸມໄດ້ໄຈ້ແຍກ, ເຮັດແຈ້ງການສົມທົບກັນຂອງບັນດາບັ້ນຮົບໃນທົ່ວປະເທດກັບ ດຽນບຽນຝູ; ບັນດາກຳລັງປະກອບອາວຸດ ແລະ ປະຊາຊົນ ເຂດໄຕບັກເວົ້າສະເພາະ, ທົ່ວປະເທດເວົ້າລວມ, ບົດບາດ, ການປະກອບສ່ວນຂອງແນວຫຼັງ, ຖານທີ່ໝັ້ນປະຕິວັດ ແລະ ຈິດໃຈສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ. ກອງປະຊຸມສຳມະນາກໍ່ຢັ້ງຢືນແຜນນະໂຍບາຍຍຸດທະສາດທີ່ຖືກຕ້ອງ, ສະຫຼາດສ່ອງໄສຂອງສູນກາງພັກ, ນຳໜ້າແມ່ນປະທານໂຮ່ຈີມິນ ໃນການຊີ້ນຳນຳພາ ທົ່ວປວງຊົນຕໍ່ສູ້ກູ້ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ