ກອງປະຊຸມສຳມະນາສັງລວມກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ແລະ FTA ຫວຽດນາມ - EU

(VOVWORLD) - ເຂົ້າຮ່ວມກອງປະຊຸມສຳມະນາ, ມີທ່ານ Marc Hauwert, ກົມເສດຖະກິດ, ສັງກັດກະຊວງການຕ່າງປະເທດ ໂຮນລັງ ພ້ອມກັບ 35 ວິສາຫະກິດ ໂຮນລັງ.
ກອງປະຊຸມສຳມະນາສັງລວມກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ແລະ FTA ຫວຽດນາມ - EU - ảnh 1 ພາບປະກອບ

ວັນທີ 14 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ສົມທົບກັບຫ້ອງການການຄ້າ ໂຮນລັງ - ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ສັງລວມກ່ຽວກັບສັນຍາການຄ້າເສລີລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ແລະ FTA ຫວຽດນາມ - ອີຢູ - ບົດຮຽນຕົວຈິງກ່ຽວກັບວິສາຫະກິດ ຢູ່ ຫວຽດນາມ”, ເຂົ້າຮ່ວມກອງປະຊຸມສຳມະນາ, ມີທ່ານ Marc Hauwert, ກົມເສດຖະກິດ, ສັງກັດກະຊວງການຕ່າງປະເທດ ໂຮນລັງ ພ້ອມກັບ 35 ວິສາຫະກິດ ໂຮນລັງ. ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງ ໂງທິຮ່ວາ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ຢືນຢັນວ່າ: ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ, ເຂົ້າຮ່ວມສັນຍາການຄ້າເສລີ ຫຼາຍສະບັບ, ພິເສດ, ແມ່ນຫາກໍ່ລົງນາມສັນຍາການຄ້າເສລີກັບ ສະຫະພາບເອີລົບ (2015) ຈະສ້າງຄວາມສະດວກໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ ໂຮນລັງ ແລະ ເອີລົບ ໃນການດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ