ກອງປະຊຸມສຳມະນາຮັກສາເອກະລາດ,ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນ

ກອງປະຊຸມສຳມະນາຮັກສາເອກະລາດ,ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld) - ຮັກ​ສາ​ເອ​ກະ​ລາດກ່ຽວ​ກັບ​ແນວ​ທາງ ແລະ ເສດ​ຖະ​ກິດ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ແມ່ນ 2 ປັດ​ໄຈ​ສຳ​ຄັນ​ທີ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ເນັ້ນ​ໜັກ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ຮັກ​ສາ​ເອ​ກະ​ລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາ​ກົນ” ໂດຍ​ອະ​ນຸ​ກ​ຳ​ມະ​ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສ​ະ​ຫງົບ - ການ​ພົວ​ພັນ​ຕ່າງ​ປະ​ເທດ, ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 20/4, ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດຢັ້ງ​ຢືນ​ວ່າ: ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ຖ​ື​ເອ​ກະ​ລາດ, ​ເປັນ​ເຈົ້າ​ຕົນ​ເອງແມ່ນ​ບັນ​ຫາ​ມີ​ລັກ​ສະ​ນະຫຼັກ​ການ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ມີ​ຄວາມ​ສຳ​ຄັນ​ເປັນ​ຕາຍ, ຕະຫຼອດ​​ໄລ​ຍະປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ. ໃນ​ເງື່ອນ​ໄຂ​ປະ​ຈຸ​ບັ​ນ, ການ​ເຊື່ອມ​ໂຍງ​ສາ​ກົນ​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ພາ​ວະ​ວິ​ໄສ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ. ທ່ານ​ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ ເລກວາງ​ຫວີງ, ຊີ້​ແຈ້ງວ່າ:

        “ປັດ​ໄຈ​ຂອງເນື້ອ​ແທ້​ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ ມີ​ການ​ພົວ​ພັນ​ເສດ​ຖະ​ກິດ​ສາ​ກົນຫຼາຍ​ຝ່າຍ, ຫັນ​ເປັນຫຼາຍ​ຮູບ​ຫຼາຍ​ແບບ, ບໍ່​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຖືກຕົກ​ຢູ່​ໂດດ​ດ່ຽວ. ຕ້ອງ​ພັດ​ທະ​ນາ​ຈຶ່ງ​ເອ​ກະ​ລາດ​ໄດ້, ຖ້າ​ຫາກ​ອ່ອນ​ຈະ​ບໍ່​ສາ​ມາດ​ເອ​ກະ​ລາດ​ໄດ້.”


ຕອບກັບ

ຂ່າວ/ບົດ​ອື່ນ