ກອງປະຊຸມສຳມະນາຮ່ວມສຳພັນລະຫວ່າງເຂດໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຢູ່ຫວຽດນາມ

ກອງປະຊຸມສຳມະນາຮ່ວມສຳພັນລະຫວ່າງເຂດໃນວິວັດການສ້າງໂຄງປະກອບເສດຖະກິດຄືນໃຫມ່ຢູ່ຫວຽດນາມ - ảnh 1
ທ່ານ​ເວືອງ​ດີງ​ເຫ້ວ ຫົວ​ຫນ້າ​ຄ​ະ​ນະ​ເສດ​ຖະ​ກິດ​ສູນ​ກາງ​ກ່າວ​ຄຳ​ເຫັນ
ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ
ພ​າບ:baogiaothong
(vovworld)- ​ຕອນ​ເຊົ້າ​ວັນ​ທີ 3/4 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບເສດ​ຖະ​ກິດ​ຄືນ​ໃຫມ່ ແລະ ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຢູ່​ຫວຽດ​ນາມ” ໂດຍ ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ສົມ​ທົບ​ກັບ​ສະ​ຖານ​ທູດ ເຢຍ​ລະ​ມັນ ແລະ ຄະ​ນະ​ປະ​ສານ​ງານ​ເຂດ​ແຄມ​ທະ​ເລ​ພາກ​ກາງ​ຫວຽດ​ນາມ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ເວືອງ​ດີງ​ເຫ້ວ, ຫົວ​ຫນ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງໄດ້​ເນັ້ນ​ຫນັກ​ວ່າ: “ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ທຸກ​ເຂດ​ລ້ວນ​ແຕ່​ພັດ​ທະ​ນາ​ບົນ​ພື້ນ​ຖານ​ຂຸດ​ຄົ້ນ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະ​ເຂດ​ເພື່ອ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃຫ້​ເໝາະ​ສົມ ແລະ ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ເຂດ, ສ້າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ແຮງ​ຂອງ​ທົ່ວ​ປະ​ເທດ”. ຕາມ​ທ່ານ ເວືອງ​ດີງ​ເຫ້ວ​ແລ້ວ, ເພື່ອ​ແກ້​ໄຂ​ສະ​ພາບ​ການ​ເສດ​ຖະ​ກິດ​ຖືກ​ຕັດ​ແຍກ​ ຄວນກໍ່​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ສ້າງ​ກຳ​ລັງ​ຫນູນ​ການ​ເຕີບ​ໂຕ ແລະ ທົດ​ລອງ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເຂດ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ.

         “ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທ່າ​ແຮງ​ຂອງ​ແຕ່​ລະ​ເຂດ ພ້ອມ​ທັງ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ເປັນ​ກຳ​ລັງ​ຫນູນ​ເພື່ອ​ດຶງ​ດູດ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ. ມີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ພັດ​ທະ​ນາ​ບັນ​ດາ​ເຂດ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ໝູ່ ນັ້ນ​ແມ່ນ​ເຂດ​ຫ່າງ​ໄກ​ສອກ​ຫລີກ, ພັດ​ທະ​ນາ​ເສດ​ຖະ​ກິດ​ປ່າ​ໄມ້ ປ່​ຽນ​ໃຫມ່​ກົນ​ໄກ​ແບ່ງ​ຂັ້ນ ແບ່ງ​ສິດ ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສູນ​ກາງ ແລະ ທ້ອງ​ຖິ່ນ.”

 ສ່ວນ​ທ່ານ Georg Christinan Berger, ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ ປະ​ຈຳ​ຫວຽດ​ນາມ ແບ່ງ​ປັນ​ວ່າ: ເງື່ອນ​ໄຂສຳ​ຄັນ​ທຳ​ອິດ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ຕ້ອງ​ມີ​ການ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າ​ບັນ​ດາ​ແຂວງ. ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເມື່ອ​ລັດ ແລະ ເອ​ກະ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ