ກອງປະຊຸມສຳມະນາ“ໂອ້ລົມສົນທະນາການສຶກສາຫວຽດນາມ:ການປະຕິຮູບການສຶກສາມະຫາວິທະຍາໄລ”

ກອງປະຊຸມສຳມະນາ“ໂອ້ລົມສົນທະນາການສຶກສາຫວຽດນາມ:ການປະຕິຮູບການສຶກສາມະຫາວິທະຍາໄລ” - ảnh 1
ພາບປະກອບ:internet


(vovworld)- ກອງ​ປະຊຸມ​ສຳ​ມະ​ນາ​ດັ່ງກ່າວໂດຍ​ສະຖານກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະຈຳ ນະຄອນ​ໂຮ່ຈິ​ມີນ ຈັດ​ຂຶ້ນ​ໃນ​​ເວລາ 2 ວັນ ​ເພື່ອ​ປຶກສາ​ຫາລື​ບັນດາ​ຍຸດ​ທະ​ສາດ ​ແລະ ຂໍ້​ສະ​ເຫ​ນີບັນດາ​ການ​ປະຕິ​ຮູບ​ສຳລັບ​ລະບົບ​ການ​ສຶກສາ​ມະຫາວິທະຍາ​ໄລ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ ​ເພື່ອ​ປະຕິບັດ​ສ່ວນ​ຫນຶ່ງ​ຂອງ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກວ່າ​ໃນ​ຂົງ​ເຂດ​ສຶກສາ​ບຳລຸງ​ສ້າງ ຊື່​ງ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ພົວພັນ​ສອງ​ຝ່າຍ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຖື​ວ່າ ການ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ຄົ້ນ​ຄ້ວາ ​ແລະ ສິດສອນ​ມະຫາວິທະຍາ​ໄລ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ, ຂັ້ນ​ຕອນ​ເລືອກ​ເຟັ້ນບຸກຄະລາ​ກອນ​ໃຫ້​ແກ່​ການ​ສຶກສາ​ມະຫາວິທະຍາ​ໄລ​ຕ້ອງ​ເປັນ​ເອກ​ະພາບ.

 

 

ຂ່າວ/ບົດ​ອື່ນ