ກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII

(VOVWORLD) - ນັບແຕ່ວັນທີ 29-30/6, ຢູ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນ ກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII.

ກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII - ảnh 1 ກອງປະຊຸມຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII

(ພາບ: vietnamplus.vn)

ກອງປະຊຸມນີ້ມີການເຂົ້າຮ່ວມຂອງທ່ານພົນໂທ ບູ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງຕຳຫຼວດ ລາວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ສຸມໃສ່ແລກປ່ຽນ, ຕີລາຄາສະພາບການສາກົນ ແລະ ພາກພື້ນເຊິ່ງທັງສອງຝ່າຍພ້ອມກັນເອົາໃຈໃສ່; ຜົນແຫ່ງການຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ ກໍ່ຄືເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງ ຮ່ວມມືທີ່ບັນລຸໄດ້ຢູ່ກອງປະຊຸມຮ່ວມມືດ້ານປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ VIII, ກອງປະຊຸມໄດ້ວາງອອກບັນດາມາດຕະການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງກຳລັງປ້ອງກັນປະເທດຂອງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ