ກອງປະຊຸມຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຄັ້ງທີ4ລະຫວ່າງຫວຽດນາມ-ຈີນ

ກອງປະຊຸມຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຄັ້ງທີ4ລະຫວ່າງຫວຽດນາມ-ຈີນ - ảnh 1
ພົນ​ເອກ ເຈີ່ນ​ດ້າຍກວາງ ແລະ ທ່ານ ກົວ​ຊິງກວນ

(vovworld) – ກອງ​ປະ​ຊຸມຮ່ວມ​ມື​ປ້ອງ​ກັນ,ຕ້ານ​ອາດ​ຊະ​ຍາ​ກຳ​ຄັ້ງ​ທີ 4 ລະ​ຫວ່າງ​ ຫວຽດ​ນາມ - ຈີນ ຖືກ​ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 27/10, ຢູ່​ນະ​ຄອນຫຼວງ ປັກ​ກິງ, ປະເທດຈີນ, ພາຍ​ໃຕ້​ການ​ເປັ​ນ​ປະ​ທານ​ຂອງ​ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ທ່ານ ກົວ​ຊິງກວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຈີນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ທັງ 2 ທ່ານ​ຢືນຢັນວ່າ, ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງ​ຕຳຫຼວດ ຈີນ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ແຕ່​ລະ​ປະ​ເທດ ແລະ ຊຸກ​ຍູ້​ການພົວພັນ​ຄູ່​ຮ່ວມ​ມືຍຸດທະສາດ ແລະ ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ. ກອງ​ປະ​ຊຸມ​ເປັນ​ເອ​ກະ​ພາບ​ກັນສືບ​ຕໍ່​ຜັນ​ຂະ​ຫຍາຍ​ກາ​ນ​ຮ່ວມ​ມື​ຮອບ​ດ້ານ, ເລິກ​ເຊິ່ງ, ກ້​ວາງ​ຂວາງ​ໃນ​ຂົງ​ເຂດ​ປະ​ຕິ​ບັດ​ກົດ​ໝາຍ, ສຸມ​ໃສ່​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຕໍ່​ສູ້​ຕ້ານ​ອາ​ດຊະ​ຍາ​ກຳທີ່​ມີ​ການ​ຈັດ​ຕັ້ງ, ອາດຊະຍາກຳຂ້າມ​ຊາດ, ອາດ​ຊະ​ຍາ​ກຳ​ກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ຄ້າຂາຍ​ເຖື່ອນ, ຊື້ - ຂາຍ, ຂົນ​ສົ່ງ​ອາ​ວຸດ​ຜິດ​ກົດ​ໝາຍ, ວັດ​ຖຸ​ລະ​ເບີດ… 2 ຝ່າຍສືບຕໍ່​ສົມ​ທົບ​ກັນດຳເນີນບັ້ນຕໍ່ສູ້ຕາມລາອາດຊະຍາກອນຢູ່ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸ​ງ​ສ້າງ, ຝຶກ​ອົບ​ຮົມວິ​ຊາ​ຊີບ ແລະ ໜູນ​ຊ່ວຍ​ດ້ານພາ​ຫະ​ນະ​ເຕັກ​ນິກ​ໃນ​ບັນ​ດາ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ວິຊາການດ້ານຄະດີອາຍາ, ຄຸ້ມ​ຄອງ​ການ​ເຂົ້າ - ອອກ​ເມືອງ… ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ປ້ອງ​ກັນ, ຕ້ານ​ອາ​ດ​ຊະ​ຍາ​ກຳ​ຄັ້ງ​ທີ 5 ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ 2 ປະ​ເທດ​ໃນ​ປີ 2016 ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ