ກອງປະຊຸມຮ່ວມມືແຮງງານຫວຽດນາມ - ສ ເກົາຫຼີ

ກອງປະຊຸມຮ່ວມມືແຮງງານຫວຽດນາມ - ສ ເກົາຫຼີ - ảnh 1
ພາບປະກອບ

(vovworld) - ກອງ​ປະຊຸມ​ຮ່ວມ​ມື​ແຮງ​ງານ​ຫວຽດນາມ - ສ ​ເກົາຫຼີ, ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/8 ຢູ່​​ແຂວງ ຫາຍ​ເຢືອງ. ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Nguyen Thi Kim Ngan, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ​ຫວຽດນາມ Nguyen Thanh Hoa ​ໃຫ້​ຮູ້​ວ່າ​: ​ຄົນ​ງານ ຫວຽດນາມ ​ຖືກ​ເຈົ້າ​ຂອງນຳ​ໃຊ້​ແຮງ​ງານ ສ ​ເກົາຫຼີ ​ເລືອກ​ເຟັ້ນຍ້ອນ​ມີ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ແວດ​ລ້ອ​ມ​​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ສ ​ເກົາຫຼີ. ​ເມື່ອ​ທຽບ​ກັບ 14 ປະ​ເທດ​ອື່ນ, ຍາມ​ໃດ​ຫວຽດນາມ ກໍ​ນຳ​ໜ້າ​ກ່ຽວ​ກັບ​ອັດຕາ​ຄົນ​ງານ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກເຈົ້າ​ຂອງ​​ແຮງ​ງານ ສ ​​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Nguyen Thanh Hoa ​ເນັ້ນ​ໜັກ​ວ່າ:

“​ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສ ​ເກົາຫຼີ ​ໃນ​ຂົງ​ເຂດ​ແຮງ​ງານ - ສັງຄົມ ​ແມ່ນ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ​ໃນ​ການ​ນຳ​ຄົນ​ງານ​ຫວຽດນາມ ​ໄປ​ເຮັດ​ວຽກ ຢູ່ ສ ​ເກົາຫຼີ, ປະກອບສ່ວນ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ຍິ່ງ​ກ່ວາ​ອີກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ຈະ​ສົມທົບ​ກັບ​ບັນດາ​ອົງການ ​ແລະ ທ້ອງ​ຖີ່​ນສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ ​ແລະ ອົງການ​ການ​ເມືອງ, ສັງຄົມ ຍູ້​ແຮງ​ການ​ໂຄສະນາ, ຂົນຂວາຍ​ສຶກສາ​ຄົນ​ງານ​ມີ​ສະຕິ​ປະຕິບັດ​ກົດໝາຍ ​ເມື່ອ​ເຮັດ​ວຽກ​ຢູ່ ສ ​ເກົາຫຼີ. ຂົນຂວາຍ​ບັນດາ​ຄອບຄົວ​ມີ​ລູກ​ຫຼານ​ເຮັດ​ວຽກ​ຢູ່ ສ ​ເກົາຫຼີ ປຸກລະດົມ​ລູກ​ຫຼານ​ຂອງ​ຕົນ​ປະຕິບັດ​ບັນດາ​ກົດ​ລະບຽບ​ເປັນ​ຢ່າງ​ດີ.”

 

ຂ່າວ/ບົດ​ອື່ນ