ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ

(VOVWORLD) -  ຕອນເຊົ້າວັນທີ 24 ກຸມພາ, ທີ່ນະຄອນ ດ່າລາດ, ແຂວງ ເລິມດົ່ງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ເປັນເຈົ້າພາບ ແລະ ສົມທົບກັບຄະນະເລຂາ ອາຊຽນ ໄຂກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ ແລະ ສັງຄົມ ອາຊຽນ (SOCA) ເພື່ອແນໃສ່ຕີລາຄາກາງສະໄໝການປະຕິບັດແຜນການສັງລວມປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ແລະ ກອງປະຊຸມວົງແຄບ SOCA.
ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ - ảnh 1 ກອງປະຊຸມເຈົ້າໜ້າທີ່ຜູ້ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (ພາບ: TTXVN)

        ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນເກືອບ 60 ທ່ານເຊິ່ງແມ່ນບັນດາເຈົ້າໜ້າທີ່ອາວຸໂສ ແລະ ພະນັກງານຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ, ຄະນະເລຂາ ອາຊຽນ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດານັກຊ່ຽວຊານໃຫ້ຄຳປຶກສາຂົງເຂດການໜູນຊ່ວຍໃຫ້ແກ່ການຕີລາຄາ.

        ໝາກຜົນຂອງກອງປະຊຸມແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ຖືກລາຍງານຢູ່ກອງປະຊຸມ SOCA ຄັ້ງທີ 28 ແລະ ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຄັ້ງທີ 23 ຈະດຳເນີນໃນລະຫວ່າງວັນທີ 05 – 08 ເມສາ ຈະມາເຖິງຢູ່ນະຄອນ ດ່າໜັງ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.

ຕອບກັບ

ຂ່າວ/ບົດ​ອື່ນ