ກອງ​ປະ​ຊຸມ​ແນະ​ນຳ​ອາ​ຊີບໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ນິວ​ຢອກ ປີ 2022

(VOVWORLD) - ວັນທີ 26 ມີນາ, ທ່ານເອກອັກຄະລັດຖູະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) 2022. 
ກອງ​ປະ​ຊຸມ​ແນະ​ນຳ​ອາ​ຊີບໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ນິວ​ຢອກ ປີ 2022 - ảnh 1ກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" ປີ 2022 (ພາບ: baoquocte.vn)

ກອງປະຊຸມສໍາມະນາຖືກຈັດຂຶ້ນດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນຄື ເວທີປາໄສທາງໄກກ່ຽວກັບການໄປຮຽນຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ; ທີ່ປຶກສາການແນະນຳອາຊີບ… ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຕີລາຄາສູງການເຄື່ອນໄຫວທີ່ແທດຈິງນີ້ຂອງກອງສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ນິວຢອກ ໃນການຊ່ວຍກັນຮ່ຳຮຽນ ແລະ ຊອກຫາໂອກາດພັດທະນາຕົນເອງ ກໍຄື ຄວາມສາມັກຄີໃນການສ້າງປະຊາຄົມ. ທ່ານກໍຫວັງວ່າ ຊາວໜຸ່ມ, ນັກສຶກສາແຕ່ລະຄົນ ຈະເປັນຂົວຕໍ່ທາງພູມປັນຍາລະຫວ່າງພາຍໃນປະເທດ ແລະ ສາກົນ, ສະແດງໄດ້ເຖິງຄຸນຄ່າວັດທະນະທຳ ແລະ ທີ່ຕັ້ງຂອງ ຊາວ ຫວຽດນາມ ສຳລັບເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ