ກອງປະຊຸມໂຕະມົນອາຊີ - ປາຊີຝີກ ກ່ຽວກັບ ປະຊາຄົມອາຊຽນ ແລະ ຄວາມປອດໄພຢູ່ທະເລຕາເວັນອອກ

ກອງປະຊຸມໂຕະມົນອາຊີ - ປາຊີຝີກ ກ່ຽວກັບ ປະຊາຄົມອາຊຽນ ແລະ ຄວາມປອດໄພຢູ່ທະເລຕາເວັນອອກ - ảnh 1
ກອງ​ປະຊຸມ​ໂຕະມົນ​ອາຊີ - ປາຊີ​ຝີ​ກ ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ
(ພາບ: TTXVN)


(vovworld) – ​​ໃນ​ວາລະ​ປະຊຸມ​ໃນ​ວັນ​ທີ 04/06, ຢູ່​ມາ​ເລ​ເຊຍ ກ່ຽວ​ກັບການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍດ້ານຄວາ​ມສະຫງົບປອດ​ໄພລວມຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ນັກ​ປາ​ຖະ​ກະຖາ​ໄດ້​ເຕື້ອງ​ເຖິງ​ບັນຫາ​ສ້າງ​ກົນ​ໄກ​ບົນ​ທະ​ເລ ​ເພື່ອ​ຊຸກ​ຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ສົມທົບ​ກັນ​ໃນ​ການ​ແກ້​ໄຂສະພາບ​ອາດຊະຍາ​ກຳ​ຂ້າມ​ຊາດຄື ຈົນ​ສະລັກ, ການຄ້າ​ມະນຸດ, ຄ້າ​ເຖື່ອນ, ບັນດາ​ໄພ​ນາບ​ຂູ່​​ເຖິງ​ສະພາບ​ແວດ​ລ້ອມ​ບົນ​ທະ​ເລ… ບັນດາ​ກົນ​ໄກ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການຮ່ວມ​ມື​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ໃນ​ເຂ​ດທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ບັນດາ​ສິ່ງ​ທ້າ​ທາຍດ້ານ​ຄວາ​ມສະຫງົບປອດ​ໄພບົນ​ທະ​ເລ​ຕາ​ເວັນ​ອອກ ກໍ່​ໄດ້​​ຮັບ​ການເຕື້ອງ​ເຖິງ​ໃນ​ການ​ປະຊຸມ. ຕາມ​ສາດສະດາຈານ Carl Thayer, ຜູ້​ຊ່ຽວຊານ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່​ສະ​ຖາ​ບັນ​ປ້ອງ​ກັນຊາ​ດອົດສຕາ​ລີ ​ແລ້ວ, ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ ດ້ານ​​ຄວາ​ມສະຫງົບປອດ​ໄພບົນ​ທະ​ເລ​ຕາ​ເວັນ​ອອກ , ບັນດາ​ປະ​ເທດ​ອາ​ຊຽນ ຄວນ​ສ້າງ​ຕັ້ງ​ສະພາ​ປ້ອງ​ກັນ​ຄວາມສະຫງົບ - ການ​ເມືອງ ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ບົດບາດ​ຂອງ​ເວທີ​ປາ​ໄສ​ການ​ເດີນ​ທະ​ເລ​ອາ​ຊຽນ ​ເປີດ​ກວ້າງ ກວ່າ​ອີກ, ຮັກສາ​ປະສິດທິ​ຜົນ​ກອງ​ປະຊຸມ​ຜູ້ນຳ​​ບັນດາ​ກຳລັງ​ປົກ​ປັກ​ຮັກສາ​ເຂດ​ຝັ່ງ​ທະ​ເລ ​ແລະ ພັດທະນາ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ຢ່າງ​ແທດ​ຈິງ​ໂດຍ​ໄວ ພ້ອມ​ທັງ​ພ້ອມ​ກັບ​ຈີນ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)​ແລະ ສ້າງ​ມະ​ມວນ​ຂ້ໍ​ກຳນົດການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ