ກອງປະຊຸມໃຫ່ຍ ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I

(VOVWORLD) - ຄະນະບໍລິຫານງານສະມາຄົມນັກສຶກສາ ຫວຽດນາມ ຢູ່ລັດເຊຍ ຊຸດທີ I, ອາຍຸການ 2024 – 2026, ແມ່ນບັນດາບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ແລະ ນຳໜ້າໃນທຸກໆຂະບວນບວນການນັກສຶກສາ ຢູ່ສະຫະພັນລັດເຊຍ...
ກອງປະຊຸມໃຫ່ຍ ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I - ảnh 1ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ກ່າວຄຳເຫັນທີ່ພິທີ
(ພາບ:TTXVN)

ກອງປະຊຸມໃຫ່ຍ ຜູ້ແທນສະມາຄົມນັກສຶກສາ ຫວຽດນາມ ທີ່ສະຫະພັນລັດເຊຍ ຄັ້ງທີ I, ອາຍຸການ 2024 - 2026 ທີ່ດຳເນີນເປັນເວລາສອງວັນ ໃນລະຫວ່າງວັນທີ 9-10 ມີນາ ທີ່ນະຄອນຫຼວງ ມົດສະກູ ໄດ້ສຳເລັດຢ່າງຈົບງາມ. ໂດຍໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມ ລວມມີ: ກຳມະການ 27 ຄົນ, 1 ປະທານ ແລະ 4 ຮອງປະທານ. ສິ່ງນີ້ສາມາດເວົ້າໄດ້ວ່າເປັນຫຼັກໝາຍຂອງຂະບວນການນັກສຶກສາ ຫວຽດນາມ ຢູ່ສະຫະພັນລັດເຊຍ, ເປັນຂີດໝາຍແຫ່ງການສ້າງຕັ້ງຢ່າງເປັນທາງການຂອງອົງການຈັດຕັ້ງສະມາຄົມນັກສຶກສາ ຫວຽດນາມ, ທີ 14 ຢູ່ຕ່າງປະເທດ.

       ຄະນະບໍລິຫານງານສະມາຄົມນັກສຶກສາ ຫວຽດນາມ ຢູ່ລັດເຊຍ ຊຸດທີ I, ອາຍຸການ 2024 – 2026, ແມ່ນບັນດາບຸກຄົນທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວ ແລະ ນຳໜ້າໃນທຸກໆຂະບວນບວນການນັກສຶກສາ ຢູ່ສະຫະພັນລັດເຊຍ, ຕາງໜ້າຈາກຫຼາຍນະຄອນ, ມະຫາວິທະຍາໄລຕ່າງໆຢູ່ ລັດເຊຍ. ໂດຍຖືເປັນກຽດທີ່ໄດ້ຮັບການເລືອກຕັ້ງເປັນປະທານ, ຕາງໜ້າໃຫ້ແກ່ 27 ກຳມະການໃນຄະນະບໍລິຫານງານ, ທ້າວ ເລຮວິ່ງດຶ໋ກ ມີຄຳເຫັນວ່າ:

       "ໜ້າທີ່ທຳອິດຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ ແມ່ນກະກຽມບັນດາເອກະສານ, ລະບຽບການຢ່າງຄົບຖ້ວນ ເພື່ອສົ່ງເຖິງສູນກາງສະມາຄົມນັກສຶກສາ ຫວຽດນາມ ຮັບຮອງເອົາ, ກໍ່ຄືສ້າງຕັ້ງບັນດາອົງການຈັດຕັ້ງຂອງສະມາຄົມຮາກຖານ. ນອກຈາກນັ້ນ, ພວກຂ້າພະເຈົ້າ ກໍ່ຈະສຸມໃສ່ຜັນຂະຫຍາຍໂຄງການນັກສຶກສາ 5 ດີ (ຄຸນສົມບັດດີ, ຮ່ຳຮຽນດີ, ສຸຂະພາບດີ, ອາສາສະໝັກດີ, ເຊື່ອມຕົວດີ) ແລະ ສ້າງແຜນຍຸດທະສາດ ແນ່ໃສ່ເສີມຂະຫຍາຍກຳລັງແຮງໄວໜຸ່ມຂອງນັກສຶກສາ ຫວຽດນາມ ຢູ່ລັດເຊຍ"./.

ຕອບກັບ

ຂ່າວ/ບົດ​ອື່ນ