ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທຳ​ອິດ

(VOVWORLD) -ວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ບັນດາການເຄື່ອນໄຫວຢ່າງເປັນທາງການໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ (ແຕ່ວັນທີ 25/01 – 02/02/2021) ຖືກເລີ່ມດຳເນີນ ດ້ວຍວາລະຈັດກຽມ ເພື່ອປະຕິບັດສຳເລັດວຽກງານກະກຽມທີ່ຈຳເປັນໃຫ້ແກ່ວາລະໄຂ ເຊິ່ງຈະດຳເນີນໃນຕອນເຊົ້າວັນທີ 26 ມັງກອນ.
ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທຳ​ອິດ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກ້າວເຂົ້າສູ່ມື້ເຮັດວຽກທຳອິດ(ພາບ:nongnghiep.vn)

ມີຜູ້ແທນທັງໝົດ 1.587 ສະຫາຍ ຕາງໜ້າໃຫ້ສະມາຊິກພັກໃນທົ່ວປະເທດກວ່າ 5,1 ລ້ານສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່, ເຊິ່ງເປັນຈຳນວນຜູ້ແທນຫຼາຍທີ່ສຸດໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ 13 ຄັ້ງທີ່ຜ່ານມາ. ເນື້ອໃນ, ລາຍການຂອງກອງປະຊຸມໃຫຍ່ ຄັ້ງນີ້ສຸມໃສ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ເຊິ່ງຕິດພັນກັບການຕີລາຄາຄືນໄລຍະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່, 30 ປີ ແຫ່ງການປະຕິບັດໂຄງການດຳເນີນງານ ປີ 1991, 10 ປີ ແຫ່ງການປະຕິບັດໂຄງການດຳເນີນງານ (ສະບັບປັບປຸງ ປີ 2011), ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ ແຕ່ປີ 2011 – 2020; ວາງອອກທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ກຳນົດເປົ້າໝາຍ, ທິດທາງຮອດປີ 2030 ແລະ ວິໄສທັດພັດທະນາປະເທດຊາດຮອດປີ 2045; ສຳຫຼວດກວດຄືນວຽກງານກໍ່ສ້າງພັກ ແລະ ການຊີ້ນຳນຳພາຂອງຄະນະບໍລິຫານງານສູນກາງພັກ ຊຸດທີ 12, ກຳນົດທິດທາງ, ໜ້າທີ່ກໍ່ສ້າງພັກໃນອາຍຸການໃໝ່; ຕີລາຄາຄືນການຈັດຕັ້ງປະຕິບັດກົດລະບຽບຂອງພັກຊຸດທີ 12; ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ 13…

ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 13 ຂອງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທຳ​ອິດ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຜູ້ແທນໄປວາງພວງມາລາ ແລະ ເຂົ້າຄ່ຳນັບສຸສານໂຮ່ຈີມິນ (ພາບ: baoquocte.vn)

ຕອນເຊົ້າວັນທີ 25 ມັງກອນ, ກ່ອນທີ່ຈະດໍາເນີນໄຂວາລະປະຊຸມຈັດກຽມ ໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຜູ້ແທນທຸກຖ້ວນໜ້າທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ໄດ້ໄປວາງພວງມາລາ ແລະ ເຂົ້າຄ່ຳນັບສຸສານໂຮ່ຈີມິນ - ຜູ້ກໍ່ຕັ້ງ ແລະ ຫຼໍ່ຫຼອມພັກກອມມູນິດ ຫວຽດນາມ, ການນຳຜູ້ຍິ່ງໃຫຍ່ຂອງ ພັກ ແລະ ຂອງ ຊາດ ຫວຽດນາມ.

        ຫຼັງຈາກນັ້ນ, ບັນດາຜູ້ແທນ ກໍໄປວາງພວງມາລາ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ