ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມຄັ້ງທີ 6

(VOVWORLD) -ວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ທ່ານ ເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດຫວຽດນາມ, ປະທານສູນກາງສະມາຄົມຊາວໜຸ່ມຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມໃຫຍ່ທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມ ຄັ້ງທີ 6, ອາຍຸການ 2018 – 2021.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມຫວຽດນາມຄັ້ງທີ 6 - ảnh 1ທ່ານ ເຈືອງຮ່ວາບິ່ງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ

(ພາບ: thanhnien.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ຮັບຮູ້, ຍ້ອງຍໍບັນດາຜົນສຳເລັດ, ການປະກອບສ່ວນອັນໃຫຍ່ຫຼວງຂອງຖັນແຖວນັກທຸລະກິດໜຸ່ມໃນການພັດທະນາເສດຖະກິດຂອງປະເທດຊາດໃນໄລຍະຜ່ານມາ; ຍ້ອງຍໍຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ສະມາຄົມຊາວໜຸ່ມຫວຽດນາມ ທີ່ໄດ້ມີບັນດາການກຳນົດທິດລະອຽດ, ຈະແຈ້ງ ແລະ ໜູນຊ່ວຍສະມາຄົມນັກທຸລະກິດໜຸ່ມໃນການເຄື່ອນໄຫວຕ່າງໆ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງວ່າ.

        “ສະມາຄົມຄວນເຫັນບັນດາຮູບແບບຮ່ວມເດີນທາງພ້ອມກັບວິສາຫະກິດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍສາມັກຄີກັນນຳໜ້າໃນແນວຮົບເສດຖະກິດ, ພັດທະນາວິສາຫະກິດເປັນຫຼາຍຮູບຫຼາຍແບບ. ບັນດາວິສາຫະກິດ, ນັກທຸລະກິດໜຸ່ມຄວນປະຕິບັດຕາມບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ. ຍົກສູງກຳລັງຄຸ້ມຄອງ, ນຳໜ້າໃນການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ, ນຳໃຊ້ເຕັກໂນໂລຊີສູງ… ນອກນັ້ນ, ບັນດາວິສາຫະກິດ, ນັກທຸລະກິດໜຸ່ມຄວນຕັ້ງໜ້າສະໜັບສະໜູນເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ຕອບບຸນແທນຄຸນ”.

ຕອບກັບ

ຂ່າວ/ບົດ​ອື່ນ