ກະກຽມຕັ້ງໜ້າໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 5

(VOVWORLD) -ວັນທີ 20 ມີນາ, ທ່ານ ພົນໂທ ຫງວຽນຈີ໋ຫວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການເຮັດວຽກກັບການນຳແຂວງ ກາວບັງ ກ່ຽວກັບວຽກງານການກະກຽມ ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 5.
ກະກຽມຕັ້ງໜ້າໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ  5 - ảnh 1ທ່ານ ພົນໂທ ຫງວຽນຈີ໋ຫວິງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຮັດວຽກຢູ່ແຂວງກາວບັງ

        ຄາດຄະເນວ່າລາຍການ ພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດ ຊາຍແດນ ຫວຽດນາມ - ຈີນ ຈະໄດ້ຈັດຕັ້ງຢູ່ບໍລິເວນເມືອງ ຟຸກຮວ່າ, ແຂວງກາວບັງ, ຫວຽດນາມ ແລະ ເມືອງ ຫຼຸງເຈົ່າ (ປະເທດຈີນ). ລາຍການຈະມີການເຄື່ອນໄຫວຫຼາຍຢ່າງ, ເປັນຕົ້ນແມ່ນ: ພິທີຕ້ອນຮັບຄະນະຜູ້ແທນການນຳຂັ້ນສູງກະຊວງປ້ອງກັນປະເທດ ສອງປະເທດ; ການໂອ້ລົມສົນທະນາ, ການພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະ, ແຂ່ງຂັນກິລາ; ພິທີເຄົາລົບຫຼັກໝາຍອະທິປະໄຕ, ການລາດຕາເວນສອງຝ່າຍຢູ່ແມ່ນ້ຳເຂດຊາຍແດນ ແລະ ອື່ນໆ. ກ່ອນຈະດຳເນີນລາຍການພົບປະແລກປ່ຽນຢ່າງເປັນທາງການ ຈະມີການເຄື່ອນໄຫວຫຼາຍຢ່າງຢູ່ນອກລາຍການຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ