ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ​ປະ​ກາດ​ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​

(VOVWORLD) -ໃນເອກະສານ, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ຝ່າຍ ອາເມລິກາ ບໍ່ໄດ້ຍົກອອກປະຕິກິລິຍາທີ່ມີລັກສະນະສ້າງສັນຕໍ່ບັນດາປັດໄຈພື້ນຖານຂອງຮ່າງຂໍ້ຕົກລົງກັບ ອາເມລິກາ ໂດຍຝ່າຍລັດເຊຍກະກຽມກ່ຽວກັບການຮັບປະກັນຄວາມໝັ້ນຄົງ. 
ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ​ປະ​ກາດ​ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ - ảnh 1ກະຊວງການຕ່າງປະເທດ ລັດເຊຍ (ພາບ: rianovosti)

ວັນທີ 17 ກຸມພາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດໃນເວັບໄຊ ຂອງ ມົດສະກູຕໍ່ຄຳຕອບຂອງ ອາເມລິກາກ່ຽວກັບບັນດາຂໍ້ສະເໜີຮັບປະກັນຄວາມໝັ້ນຄົງ ເຊິ່ງ ລັດເຊຍໄດ້ຮັບຈາກ ວໍຊິງຕັນເມື່ອທ້າຍເດືອນມັງກອນ. ກ່ອນທີ່ຈະປະກາດ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ສົ່ງເອກະສານສະບັບນີ້ໄປເຖິງທ່ານ John Sullivan ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ມົດສະກູ.

ໃນເອກະສານ, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ຖືວ່າ ຝ່າຍ ອາເມລິກາ ບໍ່ໄດ້ຍົກອອກປະຕິກິລິຍາທີ່ມີລັກສະນະສ້າງສັນຕໍ່ບັນດາປັດໄຈພື້ນຖານຂອງຮ່າງຂໍ້ຕົກລົງກັບ ອາເມລິກາ ໂດຍຝ່າຍລັດເຊຍກະກຽມກ່ຽວກັບການຮັບປະກັນຄວາມໝັ້ນຄົງ. ໃນກໍລະນີຝ່າຍອາເມລິກາບໍ່ເຫັນດີຕໍ່ບັນດາການຮັບປະກັນ, ມີການຜູກມັດດ້ານນິຕິກຳ ເພື່ອຮັບປະກັນຄວາມໝັ້ນຄົງຂອງລັດເຊຍ ຈາກ ອາເມລິກາ ແລະ ບັນດາສຳພັນທະມິດ, “ລັດເຊຍ ຈະຕ້ອງໂຕ້ຕອບ, ລວມມີການປະຕິບັດບັນດາມາດຕະການທີ່ມີລັກສະນະດ້ານການທະຫານ - ເຕັກນິກ”.

ຕາມກະຊວງການຕ່າງປະເທດ ລັດເຊຍ ແລ້ວ, “ເລື່ອງ ອາເມລິກາ ແລະ NATO ນັບມື້ນັບເພີ່ມທະວີການເຄື່ອນໄຫວທາງການທະຫານຢູ່ເຂດຊາຍແດນລັດເຊຍ ແມ່ນສິ່ງທີ່ເປັນໜ້າກ່າວເຕືອນ , ໃນຂະນະທີ່ “ເສັ້ນຊາຍແດນແດງ” ແລະ ບັນດາຜົນປະໂຫຍດດ້ານຄວາມໝັ້ນຄົງຫຼັກແຫຼ່ງຂອງ ລັດເຊຍ, ກໍ່ຄືສິດອະທິປະໄຕຂອງລັດເຊຍ ເພື່ອປົກປ້ອງມັນ ຍັງບໍ່ໄດ້ຮັບຄວາມສົນໃຈ”.

ເອກະສານເນັ້ນໜັກວ່າ, ຄວາມຮຽກຮ້ອງໃຫ້ຖອນທະຫານອອກຈາກບາງເຂດໃນຜືນແຜ່ນດິນຂອງ ລັດເຊຍ ແມ່ນບໍ່ສາມາດຍອມຮັບໄດ້ ແລະ ເຮັດໃຫ້ແງ່ຫວັງທີ່ຈະບັນລຸໄດ້ຂໍ້ຕົກລົງຢ່າງແທດຈິງນັ້ນຖືກອ່ອນແຮງລົງ.

ຕອບກັບ

ຂ່າວ/ບົດ​ອື່ນ