ກະຊວງການຕ່າງປະເທດລາວ ແລະ ບັນດາທູດຕານຸທູດຕ່າງປະເທດຮ່ວມກັນ ສະເຫຼີມສະຫຼອງປີໃໝ່ລາວ

(VOVWORLD) -ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດລາວຮ່ວມກັບບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ສວນພຶກສາ, ບ້ານ ໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພສ.2561 ແລະ ຕ້ອນຮັບປີໃໝ່ ພສ. 2562.
ກະຊວງການຕ່າງປະເທດລາວ ແລະ ບັນດາທູດຕານຸທູດຕ່າງປະເທດຮ່ວມກັນ ສະເຫຼີມສະຫຼອງປີໃໝ່ລາວ - ảnh 1ພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ

ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດລາວຮ່ວມກັບບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ສວນພຶກສາ, ບ້ານ ໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພສ.2561 ແລະ ຕ້ອນຮັບປີໃໝ່ ພສ. 2562. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງ ການຕ່າງປະເທດລາວ ພ້ອມດ້ວຍ ພັນລະຍາ, ມີຄະນະພັກ-ຄະນະນໍາກະຊວງ ພ້ອມດ້ວຍຄອບຄົວ, ພະນັກງານອາວຸໂສບໍານານ, ບັນດາຄະນະຫ້ອງການ- ຄະນະກົມ, ຄະນະພະແນກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາທູຕານຸທູດ, ກົງສູນ-ກົງສູນກິດຕິມະສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ໃນໂອກາດສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີ ໃໝ່ໃນຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ອວຍພອນປີໃໝ່ລາວ ຕໍ່ບັນດາພະນັກງານ, ທູຕານຸທູດ ແລະ ແຂກທີ່ເຂົ້າຮ່ວມ ດ້ວຍຄວາມ ອົບອຸ່ນ ແລະ ສະໜິດສະໜົມ. ພ້ອມນີ້, ທ່ານລັດຖະມົນຕີຍັງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງບຸນປີໃໝ່ ລາວ, ເຊິ່ງແມ່ນບຸນປະເພນີທີ່ສໍາຄັນຂອງລາວ ແລະ ເປັນຮີດຄອງປະເພນີອັນດີງາມຂອງຊາດ ທີ່ໄດ້ສືບສານກັນມາຕັ້ງແຕ່ບູຮານນະການ; ບັນດາສຳນັກງານ ອົງການຕ່າງໆທັງພາກລັດ ແລະ ເອກະຊົນ, ຫົວໜ່ວຍທຸລະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນ ກໍໄດ້ຈັດພິທີບາສີສູ່ຂວັນ ແລະ ຫົດສົງນໍ້າໃຫ້ການນຳພັກ-ລັດ, ຜູ້ອາວຸໂສ, ຜູ້ເຖົ້າຜູ້ແກ່ ແລະ ຜູ້ ເປັນພໍ່ເປັນແມ່ ກໍຄືຜູ້ທີ່ມີບຸນຄຸນ ເພື່ອເປັນການປັດເປົ່າສິ່ງທີ່ບໍ່ດີ ບໍ່ງາມໃຫ້ໄປຕາມປີເກົ່າ ແລະ ອວຍພອນປີໃໝ່ໃຫ້ມີແຕ່ໂຊກ ແຕ່ໄຊ. ພ້ອມດຽວກັນນັ້ນ, ໃນໂອ ກາດສະເຫຼີມສະຫຼອງປີໃໝ່ ລາວ ໃນຄັ້ງນີ້ຍັງເປັນໂອກາດ ທີ່ສໍາຄັນໃນການເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງລາວ ໃຫ້ ແກ່ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ກໍຄືຊາວຕ່າງຊາດ ໃຫ້ໄດ້ຮັບຮູ້, ໄດ້ສໍາພັດ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ບຸນປະເພນີປີໃໝ່ຂອງລາວເຮົາ. ພ້ອມດຽວກັນນີ້, ຍັງເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນການພົວພັນຮ່ວມມືອັນດີງາມ ລະຫວ່າງພະນັກງານກະຊວງການຕ່າງປະເທດ ກໍຄືນັກການທູດລາວ ກັບບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ກໍຄືບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ. ໃນຕອນທ້າຍ, ທ່ານລັດຖະມົນຕີ ກໍໄດ້ອວຍພອນໄຊອັນປະເສີດໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ໃຫ້ແກ່ທຸກໆທ່ານທີ່ໄດ້ມາຮ່ວມງານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ, ມີຄວາມເບີກບານມ່ວນຊື່ນ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທຸກປະການຕະຫຼອດປີ. ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນອວຍພອນປີໃໝ່ ເຊິ່ງກັນ ແລະ ກັນ, ຮ່ວມຮັບປະທານອາຫານທ່ຽງ, ຊົມການສະແດງສີລະປະ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນຢ່າງຄຶກຄື້ນດ້ວຍ ໄມຕີຈິດມິດຕະພາບອັນດີ ແລະ ມີຄວາມໝາຍສໍາຄັນ, ເຊິ່ງເຮັດໃຫ້ພິທີສະເຫຼີມສະຫຼອງປີໃໝ່ລາວມີບັນຍາກາດຟົດຟື້ນມ່ວນຊື່ນລະຫວ່າງພະນັກງານກະຊວງການຕ່າງປະເທດ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ແຂກ ຖືກເຊີນເຂົ້າຮ່ວມ.

ຕາມກອງທັບປະຊາຊົນລາວ


ຕອບກັບ

ຂ່າວ/ບົດ​ອື່ນ