ກະຊວງການຕ່າງປະເທດຫວຽດນາມຈັດການປະຊຸມຂ່າວສາກົນ

ກະຊວງການຕ່າງປະເທດຫວຽດນາມຈັດການປະຊຸມຂ່າວສາກົນ - ảnh 1
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບິ່ງ
(ພາບ: Tung Dinh)

(vovworld) – ວັນ​ທີ 5/6, ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ໄດ້​ຈັດ​ການ​ປະຊຸມ​ຂ່າວ​ສາກົນ​ຢູ່ ຮ່າ​ໂນ້ຍ, ​ເພື່ອ​ແນ​ໃສ່​ສືບ​ຕໍ່​ອັບ​ແດດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສະພາບ​ການ​​ໃນ​ພື້ນ​ທີ່​ຕົວ​ຈິງນັບ​ແຕ່​ເມື່ອ ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ຢ່າງຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ກໍ່​ຄື​ປະກາດ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນ​ຫາດ້ວຍ​ມາດ​ຕະການ​ສັນຕິວິທີ.   

    ຕາມ​ແຫຼ່ງຂ່າວ​ຈາກ​ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ກ່ວາ 1 ​ເດືອນ​ຜ່ານ​ມາ, ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາມ​ມານ​ະພະຍາຍາມ​ທາງ​ການ​ທູດ ຂອງ ຫວຽດນາມ ​ແລະ ປະຕິກິລິຍາ​ຢ່າງ​ຮຸນ​ແຮງ​ຂອງ​ປະຊາ​ຄົມ​ໂລກ, ຈີນ ບໍ່​ພຽງ​ແຕ່​ບໍ່​ຢຸດຕິ​ບັນ​ດາ​ການ​ເຄື່ອນ​ໄຫວຢ່າງ​ຜິດ​ກົດໝາຍ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ບັນດາ​ຄຳເວົ້າ​ຕູ່​ຫາ, ​ເສກ​ສັນ​ປັ້ນ​ແຕ່ງ, ຖີ້ມໂທດ​ໃຫ້ ຫວຽດນາມ. ຮ້າຍ​ແຮງ​ກ່ວາ, ​ໃນ​ພື້ນ​ທີ່​ຕົວ​ຈິງ, ຈີນ ມີ​ການ​ກະທຳ​ປິນ​ຂັ້ນ​ໄດ​ແບບ​ໃໝ່, ​ເປີດ​ກ້ວາງ​ບໍລິ​ເວນ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ - 981, ​ເພີ່ມ​ທະວີ​ກຳປັ່ນ ອູ້ມຊູ​ປະ​ເພດ​ຕ່າງໆ, ດຳ​ເນີນ​ການ​ປິດ​ລ້ອມ, ​ເປັນ​ເຈົ້າ​ການ​ໃນ​ການ​ບຸກ​ໂຈມ​ຕີ, ຕຳ່​ໃສ່ບັນດາ​ກຳ​ປັ່ນ​ພົນລະ​ເຮືອ​ນຂອງ​ຫວຽດນາມ.

    ​ເມື່ອ​ຕອບ​​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສາກົນກ່ຽວ​ກັບ​ເລື່ອງ ​ອາ​ເມ​ລິ​ກາ ອອກສຽງ​ສະໜັບ​ສະ​ໜູນ ຫວຽດນາມ ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດ ຫວຽດນາມ ​ເລ​ຫາຍ​ບິ່ງ, ຢືນຢັນ​ວ່າ:

    “​ເລື່ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ປອດ​ໄພ​​ໃນການ​ເດີນ​ທະ​ເລຢູ່​ພາກ​ພື້ນ​ແມ່ນ​ຜົນ​ປະ​ໂຫຍ​ດ, ຄວາມ​ຮັບຜິດຊອບ ​ແລະ ພັນທະ​ຂອງ​ທຸກໆ​ປະ​ເທດ​ກ່ຽວ​ຂ້ອງ, ທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ. ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ ​ແລະ ຂອງ ອາຊີ - ປາຊີ​ຟິກ. ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບ​ປະຊາ​ຄົມ​ໂລກ, ອາ​ເມ​ລິ​ກາ ກໍ່​ມີ​ສຽງ​ເວົ້າ​ເພື່ອ​ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ພາກ​ພື້ນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ, ອາ​ເມ​ລິ​ກາ ສືບ​ຕໍ່​ມີ​ສຽງ​ເວົ້າ​ແຮງກ່ວາ ​ແລະ ມີ ການ​ກະທຳ​​ແທດ​ຈິງ​ກ່ວາ, ມີ​ລັກສະນະ​ສ້າງສັນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ​ຢູ່​ພາກ​ພື້ນ.”

ກະຊວງການຕ່າງປະເທດຫວຽດນາມຈັດການປະຊຸມຂ່າວສາກົນ - ảnh 2

ທ່ານ ​ເຈິ່ນຢູຍຫາຍ

(ພາບ: Tung Dinh)

ກ່ຽວຂ້ອງ​ເຖິງ​ຄຳ​ຖາມ​ທີ່​ວ່າຫວ່າງ​ແລ້ວ​ນີ້, ​ໃນ​ການ​ປະຊຸມ​ຂ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາຈຸນຢິງ ​ໄດ້​ຖະ​ແຫຼ​ງວ່າ ຫວຽດນາມ ​ໄດ້​ຈັດ​ກຳ​ປັ່ນ​ຫຼາຍ​ລຳ​ມາ​ລົບ​ກວນ​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ຂອງ​ຈີນ ​ແລະ ຫວຽດນາມ​ ​ໄດ້ຕັ້ງ​ໃຈ​ຕຳ່​ໃສ່​ກຳ່​ປັ່ນລັດຖະການ​ຂອງ​ຈີນ, ພ້ອມ​ທັງ​ຖື​ວ່າການ​ກະທຳ​ຂອງ​ຫວຽດນາມ ​ແມ່ນ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ຈີນ​ກໍ່​ໄດ້​ພິມ​ຈຳໜ່າຍ​ເອກະສານ​ຢູ່ ສປຊ ​ແລະ ຝາກ​ຈົດໝາຍ​ທາງ​ການ​ເຖິງ​ຄະນະ​ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ຢູ່​ເຊີ​ແນວອີກກ່ຽວ​ກັບ​ເຫດການ​ດັ່ງກ່າວ​ອີກ. ທ່ານ ​ເຈິ່ນຢູຍຫາຍ, ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດຫວຽດນາມ​ໄດ້​ປະຕິ​ເສດ​ວ່າ:

        “​ເນື້ອ​ໃນ​ຈົດໝາຍ​ທາງ​ການ ​ແລະ ຄຳ​ປາ​ໄສ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ນັ້ນ ​ລ້ວນ​ແຕ່​ເສກ​ສັນ​ປັ້ນ​ແຕ່ງ​, ບິດ​ເບືອນຄວາມ​ຈິງ. ພຽງ​ແຕ່​ມີກຳ່​ປັ່ນຂອງ​ຈີນ​ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຫວຽດນາມ​ເທົ່າ​ນັ້ນ ​ແລະ​ ຈີນ​ກໍ່​ບໍ່​ມີ​ພະຍານ​ຫຼັກ​ຖານ​ໃດໆ​ເພື່ອພິສູດ​ໃຫ້​ເຫັນ​ວ່າ​ຫວຽດນາມ ​ບຸກ​ໂຈມ​ຕີ​ກຳ່​ປັ່ນ​ຂອງ​ຈີນ ​ແລະ ຜ່ານ​ພາຫະນະ​ສື່​ມວນ​ຊົນ, ຈີນ​​ເອງກໍ່​ໄດ້ຍອມຮັບວ່າກຳ່​ປັ່ນ ຂອງ​ຈີນ​ໄດ້ຕຳ່​ໃສ່​ກຳ່​ປັ່ນ​ຂອງ​ຫວຽດນາມ​.

ກ່ຽວຂ້ອງ​ເຖິງ​ມາດ​ຕະການ​ກໍ່​ສູ້​ໃນ​ໄລຍະ​ຈະ​ມາ​ເຖິງ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ, ອົງການກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ​ຫວຽດນາມ ລ້ວນ​ແຕ່​ຢືນຢັນ​ວ່າ ຈະ​ເດັດ​ດຽວ​ປະຕິບັດ​ທຸກ​ມາດ​ຕະການ​ຕໍ່ສູ້​ດ້ວຍ​ສັນ​ຕິ​ວິທີ, ​ເພື່ອ​ບັງຄັບ​ໃຫ້​ຈີນ​ ຖອນ​ຮ້ານ​ເຈາະ​ນຳ້ມັນ​ໄຮ​ຢາງ 981 ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຫວຽດນາມ ​ປາດ​ຖະໜາ​ວ່າ​ປະຊາ​ຄົມ​ໂລກ​ຈະ​ສືບ​ຕໍ່​ອອກສຽງ​ຄັດຄ້ານ​ຢ່າງ​ແຮງ​ຕໍ່​ການ​ກະທຳ​ຜິດ​ພາດ​ຂອງ​ຈີນ, ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ທຳ ​ແລະ ຄວາມ​ຍຸຕິ​ທຳ.

 


ຂ່າວ/ບົດ​ອື່ນ