ກະຊວງການຕ່າງປະເທດອາເທລິກາ: ຈີນ ແມ່ນ ຝ່າຍເກາະຜິດກໍ່ຄວາມເຄັ່ງຕຶງໃນປະຈຸບັນຢູ່ທະເລຕາເວັນອອກ

ກະຊວງການຕ່າງປະເທດອາເທລິກາ: ຈີນ ແມ່ນ ຝ່າຍເກາະຜິດກໍ່ຄວາມເຄັ່ງຕຶງໃນປະຈຸບັນຢູ່ທະເລຕາເວັນອອກ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ​ Jen Psaki
(ພາບ: huffingtonpost)


(vovworld) – ​​​​ໃນ​ການ​ປະຊຸມ​ຂ່າວ​ປະຈຳ​ວັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ວັນ​ທີ 27/05, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ​ Jen Psaki ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຢ່າງ​ພຽງພໍ​ເພື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເລື່ອງ​ກຳ​ປັ່ນ​ຫາ​ປາ​ລຳ​ໜຶ່ງ​ຂອງຫວຽດນາມ ຖືກ​ກຳ​ປັ່ນ​ຂອງ​ຈີນ ຕຳ​ໃຫ້​ຈົມ​ນ້ຳຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແຕ່ທ່ານ​ນາງ​ກໍ່​ຢືນຢັນ​ວ່າ ຈີນ ​ແມ່ນຝ່າຍ​ເກາະ​ຜິດ​ກໍ່​ຄວາມ​ເຄັ່ງ​ຕຶງ​​ໃນປະຈຸ​ບັນຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ນາງ​ Jen Psaki ​ເນັ້ນ​ໜັກ​ວ່າ “ພວກ​ຂ້າພະ​ເຈົ້າ​ບໍ່​ມີ​ແຫຼ່ງຂ່າວ​ເອກະລາດ​ທີ່ກ່ຽວຂ້ອງ​ເຖິງ​ເຫດການ​ດັ່ງກ່າວ ​ແລະ ຈະ​ຊອກ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ. ​ແຕ່​ວ່າ ພວກ​ຂ້າພະ​ເຈົ້າ​ຍັງ​ວິຕົກ​ກັງວົນຕໍ່​ການ​ກະທຳ​ຂອງ​ກຳ​ປັ່ນ​ຈີນ ທີ່​ເຄື່ອນ​ໄຫວ​ໃນ​​ເຂດ. ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆຈົ່ງ​ລະງັບ​ໃຈ, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ​ແກ້​ໄຂ​ບັນຫາ​ຢ່າງ​ປອດ​ໄພ ​ແລະ ມີຄວາມທີ່​ຮັບຜິດຊອບ”. ​ເມື່ອ​ຕອບ​ຄຳ​ຖາມ​ທີ່​ວ່າ ​ແມ່ນ​ບໍ່​ວ່າ ບັນດາ​ການ​ກະທຳ​ຂອງ​ຫວຽ​ດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ການ​​ເກາະ​ຜິດ​ຫຼື​ບໍ່? ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ຢືນຢັນ​ວ່າ ​ມີແຕ່​ບັນດາ​ການ​ກະທຳ​ຂອງ​ຈີນ ​ແມ່ນ​ຖື​ລັກສະນະ​​ເກາະ​ຜິດ ​ແລະ ຝ່າຍ​ອາ​ເມ​ລິກາ ຈະ​ຊອກ​ຫາ​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ກຳ​ປັ່ນ​ຂອງຈີນ ຕຳ​ກຳ​ປັ່ນຂອງ​ຫວຽດນາມ ​ໃຫ້ຈົມ​ນ້ຳ.

ຂ່າວ/ບົດ​ອື່ນ