ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ

(VOVWORLD) -ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ.
ກະ​ຊວງ​ການ​ເງິນ​ຮັບ​​ເງິນ​ສະ​ໜັບ​ສະ​ໜູນ​ກອ​ງ​ທຶນວັ​ກ​ຊິນ​ກັນ​ໂຄວິດ - 19 ດ້ວຍ​ຈຳ​ນວນກ່​ວາ 100 ຕື້​ດົ່ງ - ảnh 1ພິທີຮັບເງິນສະໜັບສະໜູນເຂົ້າໃນກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 25 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ ໄດ້ດຳເນີນພິທີຮັບເງິນສະໜັບສະໜູນເຂົ້າໃນກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ ດ້ວຍຈຳນວນເງິນກ່ວາ 100 ຕື້ດົ່ງ (ລວມມີ 59 ຕື້ດົ່ງ ແລະ 2 ລ້ານ USD). ພິເສດ, ໃນຄັ້ງນີ້ ມີການເຂົ້າຮ່ວມຂອງບັນດານັກອຸປະຖຳແມ່ນບັນດາກຸ່ມບໍລິສັດສາກົນ ຂອງ ສ.ເກົາຫຼີ ແລະ ຍີ່ປຸ່ນ ທີ່ພວມເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢູ່ ຫວຽດນາມ, ພາຍໃຕ້ການເປັນສັກຂີພະຍານຂອງ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ແລະ ຍີ່ປຸ່ນ ປະຈຳ ຫວຽດນາມ.

ທີ່ພິທີຮັບ, ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈຂອງບັນດານັກອຸປະຖຳ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນແຫຼ່ງກຳລັງ ທີ່ເພີ່ມກຳລັງໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອປະຕິບັດເປົ້າໝາຍສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນໂດຍໄວ. ໃນນັ້ນ, ມີການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດ, ບໍລິສັດນານາຊາດ ໄດ້ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຢ່າງສູງເພື່ອປະຊາຄົມ, ຮ່ວມແຮງຮ່ວມໃຈກັບຫວຽດນາມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ