ກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງເຄື່ອງຊ່ວຍເຫລືອ ແລະ ຈັດສົ່ງນັກຊ່ວຍຊານການແພດໄປຊ່ວຍລາວ ສະກັດກັ້ນໂຄວິດ-19

(VOVWORLD) -  ຕອນເຊົ້າວັນທີ 07 ເມສາ, ຢູ່ດ່ານຊາຍແດນ ເກົ່າແຈວ, ແຂວງ ຮ່າຕິງ ໄດ້ດຳເນີນພິທີຕ້ອນຮັບຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄປຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ພິທີມອບ-ຮັບວັດຖຸອຸປະກອນການແພດທີ່ມີມູນຄ່າກ່ວາ 3 ຕື້ດົ່ງ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍກະຊວງປ້ອງກັນປະເທດ ລາວ ຕ້ານໂລກລະບາດດັ່ງກ່າວ.
ກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງເຄື່ອງຊ່ວຍເຫລືອ ແລະ ຈັດສົ່ງນັກຊ່ວຍຊານການແພດໄປຊ່ວຍລາວ ສະກັດກັ້ນໂຄວິດ-19 - ảnh 1 ພິທີມອບ-ຮັບວັດຖຸອຸປະກອນການແພດ (ພາບ: TTXVN)

  ກ່າວຄຳເຫັນນະທີ່ນີ້, ພົນຈັດຕະວາ ຫງວຽນຮຸ່ງທັ໊ງ, ຮອງຫົວໜ້າ, ຫົວໜ້າເສນາທິການ, ກົມໃຫຍ່ພະລາທິການ ເນັ້ນໜັກວ່າ: ກອງທັບປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະຊ່ວຍເຫຼືອ, ແບ່ງປັນກັບປະເທດເພື່ອນບ້ານ ລາວ ກ່ຽວກັບວຽກງານຈັດຕັ້ງ, ບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນກອງທັບ ແລະ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໃນທົ່ວປະເທດ.

     ພາຍຫລັງຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທະຫານເຂດ ແລະ ກົມກອງຕ່າງໆຂອງກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ມີຄວາມພ້ອມຈະຈັດສົ່ງຄະນະນັກຊ່ຽວຊານໄປຊ່ວຍ ລາວ ເມື່ອຈຳເປັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ