ກະຊວງປ້ອງກັນປະເທດຈັດຕັ້ງກອງປະຊຸມອອນລາຍປ້ອງກັນ, ສະກັດກັ້ນໂຄວິດ 19

(VOVWORLD) - ຕອນເຊົ້າວັນທີ 07 ເມສາ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມອອນລາຍ ເພື່ອຜັນຂະຫຍາຍໜ້າທີ່, ມາດຕະການຮີບດ່ວນໃນວຽກງານປ້ອງກັນ, ສະກັດກັ້ນໂຄວິດ-19.
ກະຊວງປ້ອງກັນປະເທດຈັດຕັ້ງກອງປະຊຸມອອນລາຍປ້ອງກັນ, ສະກັດກັ້ນໂຄວິດ 19 - ảnh 1 ທີ່ກອງປະຊຸມອອນລາຍ (ພາບ: TTXVN)

ມາຮອດປັດຈຸບັນ, ບັນດາກົມກອງໃນທົ່ວກອງທັບໄດ້ຜັນຂະຫຍາຍສະຖານທີ່ແຍກຕົວ 142 ແຫ່ງ, ປະຕິບັດການແຍກຕົວໃຫ້ກ່ວາ 66.000 ຄົນ, ໃນນັ້ນ ມີ 54.465 ຄົນສິ້ນສຸດການກຳນົດເວລາແຍກຕົວ. ມາຮອດຈຸດເວລາປັດຈຸບັນ, ຍັງບໍ່ທັນກວດພົບມີກໍລະນີຕິດໃດໃນທົ່ວກອງທັບຖືດຕິດເຊື້ອໂຄວິດ-19 , ຮັບປະກັນການສະໜອງເຄື່ອງໃຊ້ທີ່ຈຳເປັນ, ຈັດຕັ້ງການຮັບປະກັນສຸຂະອະນາໄມດ້ານສະບຽງອາຫານເປັນຢ່າງດີ. ພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ:

      “ກອງບັນຊາທະຫານປ້ອງກັນຊາຍແດນ ເພີ່ມທະວີການສົມທົບກັບບັນດາທະຫານເຂດ ແລະ ຂະແໜງການທີ່ກ່ຽວຂ້ອງຢ່າງສຸດຂີດ ເພື່ອເພີ່ມທະວີການກວດກາ, ຄວບຄຸມທາງຊອຍ. ໃນກໍລະນີບັນດາປະເທດຢູ່ອ້ອມຂ້າງມີເຊື້ອພະຍາດລະບາດຢ່າງແຮງ, ທະຫານປ້ອງກັນຊາຍແດນ ຕ້ອງສົມທົບກັບບັນດາທະຫານເຂດໃຫ້ເປັນຢ່າງດີ ເພື່ອປະສານງານ, ກວດກາຢູ່ຊາຍແດນໃນທັນທີ ແລະ ພວກເຮົາຄວນປະຕິບັດການແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ