ກະຊວງສາທາລະນະສຸກ ຫວຽດນາມ ປະກາດກ່ຽວກັບ 8 ຖ້ຽວບິນທີ່ມີຜູ້ໂດຍສານຕິດເຊື້ອ Covid-19

(VOVWORLD) -  ວັນທີ 16 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ສາມາດຢັ້ງຢືນບັນດາຖ້ຽວບິນທີ່ມີຜູ້ໂດຍສານຕິດເຊື້ອ Covid-19, ລວມມີດັ່ງລຸ່ມນີ້:

1/ ຖ້ຽວບິນໝາຍເລກ SQ 176 ຂອງບໍລິສັດການບິນ Singapore Airlines ບິນຈາກ ສິງກະໂປ ມາຍັງ ສະໜາບິນ ໂນ້ຍບາຍ ໃນວັນທີ 15 ມີນາ.

2/ ຖ້ຽວບິນໝາຍເລກ VJ 826 ຂອງບໍລິສັດການບິນ Vietjet Air ບິນຈາກ ມາເລເຊຍ ມາຍັງ ສະໜາມບິນ ໂນ້ຍບາຍ ໃນວັນທີ 04 ມີນາ.

3/ ຖ້ຽວບິນໝາຍເລກ TK 162 ຂອງບໍລິສັດການບິນ Turkey Airlines ບິນຈາກ Istanbul ມາຍັງ ສະໜາບິນ ເຕິນເຊີນເຍິດ ໃນວັນທີ 08 ມີນາ.

4/ ຖ້ຽວບິນໝາຍເລກ QH 1512 ຂອງບໍລິສັດການບິນ Bamboo Airways ບິນຈາກນະຄອນ ໂຮ່ຈີມິນ ໄປຍັງ ຝູກວັກ(ຫວຽດນາມ) ໃນວັນທີ 09 ມີນາ.

5/ ຖ້ຽວບິນໝາຍເລກ QH 1524 ຂອງບໍລິສັດການບິນ Bamboo Airways ບິນຈາກ ຝູກວັກ ມາຍັງ ນະຄອນ ໂຮ່ຈີມິນ ໃນວັນທີ 13 ມີນາ.

6/ ຖ້ຽວບິນໝາຍເລກ SU 290 ຂອງບໍລິສັດການບິນ Aeroflot ບິນຈາກ ມົດສະກູ ມາຍັງ ສະໜາບິນ ໂນ້ຍບາຍ ໃນວັນທີ 12 ມີນາ.

7/ ຖ້ຽວບິນໝາຍເລກ QR 970 ຂອງບໍລິສັດການບິນ Qatar Airways ບິນຈາກ ໂດຮາ ມາຍັງ ສະໜາບິນ ໂນ້ຍບາຍ ໃນວັນທີ 10 ມີນາ.

8/ ຖ້ຽວບິນໝາຍເລກ TG 564 ຂອງບໍລິສັດການບິນ Thai Airways ບິນຈາກ ບາງກອກ ມາຍັງ ສະໜາບິນ ໂນ້ຍບາຍ ໃນວັນທີ 15 ມີນາ.

        ກະຊວງສາທາລະນະສຸກ ຫວຽດນາມ ຮຽກຮ້ອງຜູ້ໂດຍສານທັງໝົດໃນບັນດາຖ້ຽວບິນດັ່ງກ່າວ ຈົ່ງຕິດຕໍ່ກັບສູນຄວບຄຸມເຊື້ອພະຍາດບັນດາແຂວງ, ນະຄອນໃນທັນທີ ເພື່ອໄດ້ຮັບການແນະນຳ, ຕິດຕາມເບິ່ງແຍງສຸຂະພາບ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ