ກະຊວງສາທາລະນະສຸກ ຫວຽດນາມ ປະກາດມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 4 ຄົນ

(VOVWORLD) -  ຕອນຄ່ຳວັນທີ 20 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດມີຜູ້ຕິດເຊື້ອໄວຮັດ SARS-CoV-2 ຕື່ມອີກ 4 ຄົນ.

        ນັ້ນແມ່ນຜູ້ຕິດເຊື້ອຄົນທີ 88, ເປັນເພດຍິງ, ອາຍຸ 25 ປີ, ຢູ່ ຮ່າດົງ, ຮ່າໂນ້ຍ, ເປັນນັກສຶກສາຮຽນຢູ່ ອັງກິດທີ່ກັບຄືນມາປະເທດ.

        ຜູ້ຕິດເຊື້ອຄົນທີ 89 ເປັນເພດຍິງ, ສັນຊາດ ຫວຽດນາມ, ອາຍຸ 22 ປີ, ຢູ່ນະຄອນ ໂຮ່ຈີມິນ.

        ຜູ້ຕິດເຊື້ອຄົນທີ 90 ເປັນເພດຍິງ, ສັນຊາດ ຫວຽດນາມ, ອາຍຸ 21 ປີ, ຢູ່ນະຄອນ ໂຮ່ຈີມິນ.

        ຜູ້ຕິດເຊື້ອຄົນທີ 91, ສັນຊາດ ອັງກິດ, ອາຍຸ 43 ປີ, ຢູ່ນະຄອນ ໂຮ່ຈີມິນ, ອາຊີບເປັນນັກບິນຂອງບໍລິສັດການບິນ Vietnam Airline.

        ປັດຈຸບັນ, ບັນດາຜູ້ຕິດເຊື້ອເຫຼົ່ານັ້ນ ພວມໄດ້ ແຍກຕົວປິ່ນປົວຢູ່ໂຮງໝໍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ