ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ

(VOVWORLD) -ລັດຖະບານ ອົດສະຕາລີ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ໃຫ້ແກ່ ຫວຽດນາມ.
ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ - ảnh 1ພິທີມອບ - ຮັບ (ພາບ: ກະຊວງສາທາລະນະສຸກ)

ຕອນບ່າຍວັນທີ 06 ຕຸລາ, ຢູ່ສະຖາບັນ ອະນາໄມລະບາດວິທະຍາສູນກາງ, ໄດ້ດຳເນີນພິທີມອບຮັບວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ຈຳນວນໜຶ່ງຈາກ ລັດຖະບານ ອົດສະຕາລີ ຊ່ວຍເຫຼືອ ຫວຽດນາມ. ນີ້ແມ່ນວັກຊິນງວດທີ 2 ໃນຄຳໝັ້ນສັນຍາຊ່ວຍເຫຼືອວັກຊິນ AstraZeneca 1,5 ລ້ານໂດສ ຂອງ ອົດສະຕາລີ ໃນປີນີ້ ເພື່ອຕ້ານໂລກລະບາດໂຄວິດ - 19. ເປັນອັນວ່າ, ມາຮອດປັດຈຸບັນ, ຈຳນວນວັກຊິນທັງໝົດ ເຊິ່ງອົດສະຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໄດ້ຂຶ້ນເຖິງກວ່າ 700.000 ໂດສ.

        ທີ່ພິທີ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ແຈ້ງໃຫ້ຊາບວ່າ ອົດສະຕາລີ ຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອ ຫວຽດນາມ ດ້ວຍວິທີ ຊ່ວຍ ຫວຽດນາມ ຊື້ວັກຊິນກັນພະຍາດໂຄວິດ - 19 ຕື່ມອີກປະມານ 3,7 ລ້ານໂດສ ໂດຍຜ່ານຂໍ້ຕົກລົງສັ່ງຊື້ກັບ UNICEF ແລະ ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ.

        ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ອົດສະຕາລີ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ ຈະຈັດແບ່ງວັກຊິນ ແລະ ອຸປະກອນການແພດດັ່ງກ່າວໃຫ້ທ້ອງຖິ່ນຕ່າງໆໂດຍໄວ ເພື່ອປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ