ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຮຽກ​ຮ້ອງ​ໃຫ້ 5 ທ້ອງ​ຖິ່ນ ປະ​ຕິ​ບັດ​ສຳ​ເລັດ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 1 ກ່ອນ​ວັນ​ທີ 15 ກັນ​ຍາ

(VOVWORLD) -ກະຊວງສາທາລະນະສຸກ ຫວຽດນາມ ຫາກໍ່ສົ່ງໂທລະເລກທາງການ ໄປຍັງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ແຂວງບິ່ງເຢືອງ, ລອງອານ ແລະ ດົ່ງນາຍ ກ່ຽວກັບການຍູ້ໄວການສັກວັກຊິນກັນໂຄວິດ - 19.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຮຽກ​ຮ້ອງ​ໃຫ້ 5 ທ້ອງ​ຖິ່ນ ປະ​ຕິ​ບັດ​ສຳ​ເລັດ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 1 ກ່ອນ​ວັນ​ທີ 15 ກັນ​ຍາ - ảnh 1ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ: TTXVN)

ຕາມນັ້ນແລ້ວ, ບັນດາທ້ອງຖິ່ນ ຈັດຕັ້ງການສັກວັກຊິນໃຫ້ແກ່ບັນດາຄົນທີ່ມີອາຍຸແຕ່ 18 ປີຂຶ້ນໄປ (ລວມມີແມ່ຍິງຖືພາ) ແລະ ປະຕິບັດສຳເລັດການສັກວັກຊິນເຂັມທີ 1 ໃຫ້ແກ່ປະຊາຊົນໝົດທຸກຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ກ່ອນວັນທີ 15 ກັນຍາ 2021 ແລະ ສັກເຂັມທີ 2 ໃຫ້ແກ່ຜູ້ທີ່ໄດ້ຮັບການສັກເຂັມທີ 1 ທີ່ມີເວລາຢ່າງພຽງພໍແລ້ວ.

ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ໃນທົ່ວປະເທດ ມີຈຳນວນວັກຊິນກັນໂຄວິດ - 19ໄດ້ສັກ ລວມທັງໝົດແມ່ນ 21.445.181 ໂດສ, ໃນນັ້ນຜູ້ໄດ້ຮັບການສັກວັກຊິນ ເຂັມທີ 2 ແມ່ນ 3.198.545 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ