ກະຊວງສາທາລະນະສຸກໄດ້ຮັບວັກຊິນກັນໂຄວິດ-19 Astra Zeneca ຕື່ມອີກ 1,2 ລ້ານໂດສ

(VOVWORLD) -ໄລ່ຮອດປະຈຸບັນ, VNVC ໄດ້ສົ່ງວັກຊິນ Astra Zeneca ໄປຍັງຫວຽດນາມ ທັງໝົດເກືອບ 7 ລ້ານໂດສ ແລ້ວ.
ກະຊວງສາທາລະນະສຸກໄດ້ຮັບວັກຊິນກັນໂຄວິດ-19 Astra Zeneca ຕື່ມອີກ 1,2 ລ້ານໂດສ - ảnh 1(VNVC ມອບວັກຊິນກັນໂຄວິດ-19 Astra Zeneca 1,2 ລ້ານໂດສ)

ຕອນເຊົ້າວັນທີ 22 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ບໍລິສັດຫຸ້ນສ່ວນວັກຊິນຫວຽດນາມ (VNVC) ໄດ້ມອບວັກຊິນກັນໂຄວິດ-19 Astra Zeneca 1,2 ລ້ານໂດສ ໃຫ້ແກ່ກະຊວງສາທາລະນະສຸກຫວຽດນາມ. ນີ້ແມ່ນງວດວັກຊິນທີ 9 ຂຶ້ນກັບສັນຍານຊື້ວັກຊິນ 30 ລ້ານໂດສ ລະຫວ່າງ VNVC ແລະ Astra Zeneca ນັບແຕ່ເດືອນ ພະຈິກ 2020.

ໄລ່ຮອດປະຈຸບັນ, VNVC ໄດ້ສົ່ງວັກຊິນ Astra Zeneca ໄປຍັງຫວຽດນາມ ທັງໝົດເກືອບ 7 ລ້ານໂດສ ແລ້ວ. ໃນໄລຍະຈະມາເຖິງ, VNVC ໃຫ້ຄຳໝັ້ນສັນຍາຈະສົ່ງໃຫ້ກະຊວງສາທາລະນະສຸກຈຳນວນວັກຊິນທີ່ຍັງເຫຼືອ ໃນສັນຍາຊື້ວັກຊິນ Astra Zeneca 30 ລ້ານໂດສ, ຕາມລະດັບຄວາມຄືບໜ້າການສະໜອງຈາກຫົວໜ່ວຍຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ