ກະ​ສັດ ມາ​ເລ​ເຊຍ ຖື​ການ​ພົວ​ພັນ​ມິ​ດ​ຕະ​ພາບອັນ​ໜຽວ​ແໜ້ນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ

(VOVWORLD) - ວັນທີ 17 ສິງຫາ, ຢູ່ Kuala Lumpur, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງງອກລິງ ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ກະສັດ ມາເລເຊຍ Abdullah Sultan Ahmad Shah ໃນພິທີທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະລາດຊະວັງ.
ກະ​ສັດ ມາ​ເລ​ເຊຍ ຖື​ການ​ພົວ​ພັນ​ມິ​ດ​ຕະ​ພາບອັນ​ໜຽວ​ແໜ້ນ​ກັບ ຫວຽດ​ນາມ ເປັນ​ສຳ​ຄັນ - ảnh 1ພິທີຍື່ນສານຕາຕັ້ງ (ພາບ: TTXVN)

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງງອກລິງ ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

       ສ່ວນກະສັດ Abdullah ຢັ້ງຢືນວ່າ ມາເລເຊຍ ຖືການພົວພັນມິດຕະພາບກັບ ຫວຽດນາມ ເປັນສຳຄັນ, ພ້ອມທັງປາດຖະໜາຢາກຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມາຢ້ຽມຢາມ ມາເລເຊຍ ໃນໄລຍະຈະມາເຖິງ. ມາເລເຊຍ ເຊື່ອໝັ້ນວ່າ ທັງສອງຝ່າຍ ລ້ວນແຕ່ມີຄວາມປາດຖະໜາຢາກຮັກສາທ່ວງທ່າພັດທະນາ ແລະ ຫັນການພົວພັນສອງຝ່າຍເປັນຫຼາຍຮູບຫຼາຍແບບ ເພື່ອມຸ່ງໄປເຖິງການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແທດຈິງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ