ກາຕາ: ຄຳຮຽກຮ້ອງຂອງ ອາຣັບບິ ຊາອຸດິ ແລະ ບັນດາປະເທດພັນທະມິດແມ່ນ “ບໍ່ຖືກກັບຄວາມຈິງ”

(VOVWORLD) - ວັນທີ 4 ກໍລະກົດ, ກາຕາ ຢຶນຢັນວ່າ ບັນດາຄຳຮຽກຮ້ອງເຊິ່ງ ອາຣັບບີ ຊາອຸດິ ພ້ອມກັບບັນດາປະເທດ ພັນທະມິດ ສົ່ງເຖິງປະເທດນີ້ແມ່ນບໍ່ສາມາດປະຕິບັດໄດ້, ພ້ອມທັງໃຫ້ຮູ້ວ່າ: Doha ຈະສືບຕໍ່ເດີນຕາມມາດຕະການການທູດອີງໃສ່ການໂອ້ລົມສົນທະນາເພື່ອແກ້ໄຂວິກິດການຢູ່ເຂດອ່າວ ເປີເຊຍ ໃນປະຈຸບັນ. 
ກາຕາ: ຄຳຮຽກຮ້ອງຂອງ ອາຣັບບິ ຊາອຸດິ ແລະ ບັນດາປະເທດພັນທະມິດແມ່ນ “ບໍ່ຖືກກັບຄວາມຈິງ” - ảnh 1 ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງເຢຍລະມັນ Sigmar Gabriel, ທ່ານລັດຖະມົນຕີການຕ່າງປະເທດ ກາຕາ Abdulrahman Al – Thani ຢືນຢັນວ່າ: ບັນດາຄຳຮຽກຮ້ອງເຊິ່ງ ອາຣັບບິ ຊາອຸດິ ພ້ອມກັບບັນດາປະເທດ ພັນທະມິດ ຝາກເຖິງ ກາຕາ ແມ່ນບໍ່ຖືກຕ້ອງກັບຄວາມຈິງ ແລະ ບໍ່ສາມາດປະຕິບັດໄດ້, ພ້ອມທັງຖືວ່າ: ຄຳຮຽກຮ້ອງປິດຊ່ອງໂທລະພາບ Al Jazeera ແມ່ນການກະທຳເພື່ອມ້າງເພທຳລາຍເສລີພາບໃນການປາກເວົ້າ. ຄຽງຄູ່ກັນນັ້ນ, ທ່ານ Al – Thani ກໍ່ເນັ້ນໜັກວ່າ: ກາຕາ ສະແດງທ່າທີທີ່ມີລັກສະນະກໍ່ສ້າງໃນວິກິດການການທູດຢູ່ເຂດອ່າວເປີເຊຍ ແລະ ໃຫ້ຮູ້ວ່າ ປະເທດນີ້ຈະເດີນຕາມມາດຕະການການທູດໂດຍອີງໃສ່ການໂອ້ລົມສົນທະນາເພື່ອແນໃສ່ແກ້ໄຂບັນຫາດັ່ງກ່າວ. ສ່ວນທ່ານລັດຖະມົນຕີ Sigmar Gabriel ຖືວ່າ ກາຕາ ໄດ້ສະແດງຄວາມລະງັບໃຈໃນປະຕິກິລິຍາໂຕ້ຕອບຕໍ່ການປິດລ້ອມດ້ານການທູດ ແລະ ເສດຖະກິດຈາກບັນດາປະເທດ ອາຣັບ ໃນໄລຍະຈະມາເຖິງ, ພ້ອມທັງຖືວ່າ: ບັນດາຝ່າຍກ່ຽວຂ້ອງພວມມີການກະທຳຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ