ກາຕາ ປະກາດບັນຊີລາຍຊື່ອົງການ ແລະ ບຸກຄົນກໍ່ການຮ້າຍ

(VOVWORLD) - ກາຕາ ໄດ້ປະກາດບັນຊີລາຍຊື່ຈັດປະເພດອົງການ ແລະ ບຸກຄົນກໍ່ການການຮ້າຍສາກົນທຳອິດຂອງປະເທດນີ້,

ໃນນັ້ນ ລວມມີ 20 ບຸກຄົນ ແລະ 8 ອົງການ. ວັນທີ 25 ມີນາ, ຄະນະກຳມະການຕ້ານກໍ່ການຮ້າຍສາກົນ ກາຕາ ສັງກັດກະຊວງພາຍໃນ ກາຕາ ໄດ້ປະກາດບັນຊີລາຍຊື່ຜ່ານເວັບໄຊຂອງອົງການດັ່ງກ່າວ. ໃນບັນຊີລາຍຊື່ອົງການ ແລະ ບຸກຄົນກໍ່ການຮ້າຍມີກຸ່ມ “Sinai Province” ຢູ່ ອີຢິບ ແລະ ກອງທຶນ Al Ehsan ຢູ່ ເຢແມນ.

        ເລື່ອງ ກາຕາ ປະກາດບັນຊີລາຍຊື່ອົງການ ແລະ ບຸກຄົນກໍ່ການຮ້າຍແມ່ນ 1 ໃນ 13 ຂໍ້ຮຽກຮ້ອງສິດຂອງ 4 ປະເທດເຂດອ່າວ ເປິເຊຍ ລວມມີ: ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມີເລັດ, ບາເຣັນ ແລະ ອີຢີບ ທີ່ວາງອອກໃຫ້ ກາຕາ ເພື່ອຢຸດຕິວິກິດການດ້ານການທູດ ເຊິ່ງແກ່ຍາວໃນຕະຫລອດ 9 ເດືອນ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ