ການ​ຄຸ້ມ​ຄອງ​ທີ່​ດີ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາອົງການສະມາຊິກ ASEAN – PAC ປຶກສາຫາລືກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ, ເພື່ອວາງອອກກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ.
ການ​ຄຸ້ມ​ຄອງ​ທີ່​ດີ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມປະຈຳປີ ASEAN – PAC ຄັ້ງທີ 16 ດ້ວຍຮູບການອອນລາຍ  (ພາບ:TTXVN)

        ໃນຂອບເຂດການຮ່ວມມືຂອງ ກຸ່ມບັນດາອົງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ອາຊຽນ (ASEAN – PAC), ວັນທີ 9 ທັນວາ, ຄະນະກວດກາລັດຖະບານ ໄດ້ຈັດຕັ້ງກອງປະຊຸມປະຈຳປີ ASEAN – PAC ຄັ້ງທີ 16 ດ້ວຍຮູບການອອນລາຍ ໂດຍມີການເຊື່ອມຕໍ່ກັບ 9 ສະຖານທີ່ ເຊິ່ງແມ່ນບັນດາອົງການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງ 9 ປະເທດ ອາຊຽນ.

        ດ້ວຍຫົວຂໍ້ຫຼັກໆແມ່ນ “ການຄຸ້ມຄອງທີ່ດີ ໄດ້ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ”, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາອົງການສະມາຊິກ ASEAN – PAC ປຶກສາຫາລືກ່ຽວກັບໝາກຜົນການຮ່ວມມືໃນໄລຍະຜ່ານມາ, ເພື່ອວາງອອກກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ; ພ້ອມທັງແລກປ່ຽນ, ແບ່ງປັນປະສົບການ, ພຶດຕິກຳຕົວຈິງຂອງແຕ່ລະປະເທດກ່ຽວກັບວຽກງານຄຸ້ມຄອງລັດ, ປະກອບສ່ວນເຂົ້າໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ