ການ​ຖະ​ແຫຼງ​ຂ່າວ​ຂອງລັດ​ຖະ​ບານ​ເດືອນ​ກຸມ​ພາ 2023: ລັດ​ຖະ​ບານຜັນ​ຂະ​ຫຍາຍ​ບ້ວງ​ສິນ​ເຊື່ອ​ກ່ຽວ​ກັບ​ເຮືອນ​ຢູ່​ສັງ​ຄົມ​ໂດຍ​ໄວ

(VOVWORLD) -ຕອນບ່າຍວັນທີ 3 ມີນາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ຈັດການຖະແຫຼງຂ່າວ ປະຈຳເດືອນ ກຸມພາ 2023.
ການ​ຖະ​ແຫຼງ​ຂ່າວ​ຂອງລັດ​ຖະ​ບານ​ເດືອນ​ກຸມ​ພາ 2023: ລັດ​ຖະ​ບານຜັນ​ຂະ​ຫຍາຍ​ບ້ວງ​ສິນ​ເຊື່ອ​ກ່ຽວ​ກັບ​ເຮືອນ​ຢູ່​ສັງ​ຄົມ​ໂດຍ​ໄວ - ảnh 1ການຖະແຫຼງຂ່າວ ປະຈຳເດືອນ ກຸມພາ 2023 (ພາບ: VGP)

ທີ່ການຖະແຫຼງຂ່າວ, ຜູ້ຕາງໜ້າທະນາຄານແຫ່ງລັດ ໄດ້ແຈ້ງໃຫ້ຊາບກ່ຽວກັບດອກເບ້ຍບ້ວງສິນເຊື່ອ 120.000 ຕື້ດົ່ງ ໃຫ້ການກູ້ຢຶມ ເຮືອນຢູ່ສັງຄົມ ແລະ ເຮືອນຢູ່ຂອງກຳມະກອນ. ຕາມນັ້ນແລ້ວ, ບ້ວງເງິນສິນເຊື່ອນີ້ ຈະໄດ້ຮັບການຜັນຂະຫຍາຍໃນປີນີ້ຢ່າງທັນທີ. ອັດຕາດອກເບ້ຍຕຳກ່ວາເມື່ອທຽບໃສ່ກັບອັດຕາດອກເບ້ຍສະເລ່ຍຂອງບັນດາທະນາຄານການຄ້າ ປະມານ 1,5 – 2%. ກ່ອນໜ້ານັ້ນ, ໃນວັນທີ 2 ມີນາ, ກະຊວງກໍ່ສ້າງໄດ້ຢັ້ງຢືນຈະສົມທົບກັບທະນາຄານແຫ່ງລັດ ເພື່ອຜັນຂະຫຍາຍບ້ວງສິນເຊື່ອ 120.000 ຕື້ດົ່ງ ໃນເວລາໄວທີ່ສຸດ.

        ແລະກໍ່ໃນການຖະແຫຼງຂ່າວ, ຜູ້ຕາງໜ້າກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ພວມຕັ້ງໜ້າພ້ອມກັບບັນດາກະຊວງ, ຂະແໜງການເປັນເສນາທິການໃຫ້ແກ່ລັດຖະບານ ເພື່ອມີວິທີການແກ້ໄຂໃນການຊື້ວັດຖຸອຸປະກອນ, ຢຸກຢາ, ຮັບປະກັນການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ