ການທ່ອງທ່ຽວ ຫວຽດນາມ: ເຮືອທ່ອງທ່ຽວ 40 ລໍາ ຈະທຽບທ່າ ເຈິນໄມ ໃນປີ 2019

(VOVWORLD) -ເຈິນໄມ ກາຍເປັນໜຶ່ງໃນ 46 ທ່າກຳປັ່ນ ທີ່ສະມາຄົມເຮືອທ່ອງທ່ຽວ ອາຊີ ເລືອກກໍ່ສ້າງຈຸດຢຸດຈອດໃຫ້ແກ່ບັນດາເຮືອທ່ອງທ່ຽວໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້. 
ການທ່ອງທ່ຽວ ຫວຽດນາມ: ເຮືອທ່ອງທ່ຽວ 40 ລໍາ ຈະທຽບທ່າ ເຈິນໄມ ໃນປີ 2019 - ảnh 1(ພາບປະກອບ:TTXVN) 

ຕາມແຜນການ, ໃນປີ 2019, ທ່າກຳປັ່ນ ເຈິນໄມ (ແຂວງ ເທື່ອທຽນ - ເຫ້ວ) ຈະຕ້ອນຮັບເຮືອທ່ອງທ່ຽວ 40 ລຳມາຈອດທຽບທ່າ; ໃນຈຳນວນນັ້ນ, ມີເຮືອທ່ອງທ່ຽວຊັ້ນສູງຫຼາຍລຳ. ນັບແຕ່ເປີດການເຄື່ອນໄຫວຈົນຮອດປັດຈຸບັນນີ້, ທ່າກຳປັ່ນ ເຈິນໄມ ສາມາດຕອບສະໜອງໄດ້ທາງດ້ານປະລິມານສິນຄ້າສົ່ງຜ່ານ ແລະ ດຶງດູດແຂກທ່ອງທ່ຽວທາງກຳປັ່ນທະເລ ກໍ່ຄືໂກຕານຳເຂົ້າ-ສົ່ງອອກ.  ເຈິນໄມ ກາຍເປັນໜຶ່ງໃນ 46 ທ່າກຳປັ່ນ ທີ່ສະມາຄົມເຮືອທ່ອງທ່ຽວ ອາຊີ ເລືອກກໍ່ສ້າງຈຸດຢຸດຈອດໃຫ້ແກ່ບັນດາເຮືອທ່ອງທ່ຽວໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້. ທ່າກຳປັ່ນ ເຈິນໄມ ຍັງແມ່ນຊ່ອງທາງອອກສູ່ທະເລຕາເວັນອອກ ທີ່ໃກ້ທີ່ສຸດ, ສະດວກທີ່ສຸດ ສຳລັບບັນດາເຂດພາກທີ່ຢູ່ຕາມແລວເສດຖະກິດຕາເວັນອອກ, ຕາເວັນຕົກ (ເປັນຈຸດເຊື່ອມຕໍ່ລະຫວ່າງພາກາງຫວຽດນາມ ແລະ ພາກກາງຕອນລຸ່ມ ຂອງລາວ, ຕາເວັນອອກສ່ຽງເໜືອຂອງໄທ, ມຽນມາ). ນີ້ແມ່ນທ່າກຳປັ່ນໃຈກາງ ທາງທະເລເຊື່ອມຕໍ່ກັບ ສິງກະໂປ, ຟິລິບປິນ ແລະ ຮົງກົງ (ຈີນ). ນອກຈາກນັ້ນ, ທ່າກຳປັ່ນ ເຈິນໄມ ນອນຢູ່ໃນຈຸດໃຈກາງລະຫວ່າງ ສອງນະຄອນໃຫຍ່ທີ່ສຸດຂອງພາກກາງ ນັ້ນກໍ່ຄື: ນະຄອນ ເຫວ້ ແລະ ດາໜັງ, ໃກ້ກັບບັນດາມໍລະດົກວັດທະນະທຳໂລກ ຄື: ໂຮ້ຍອານ, ໝີເຊິນ, ເຫວ້…

ຕອບກັບ

ຂ່າວ/ບົດ​ອື່ນ