ການນັດຢຸດງານຢູ່ ອັງກິດ ແລະ ຝລັ່ງ ເຮັດໃຫ້ການເຄື່ອນໄຫວ ໄປ - ມາຖືກຕັດຂາດໃນໂອກາດວັນບຸນ ຄຼິດສະມາດ

(VOVWORLD) - ຜູ້ໂດຍສານນັບແສນຄົນຢູ່ສະໜາມບິນແຫ່ງຕ່າງໆຢູ່ອັງກິດ ອາດຈະຂຶ້ນຍົນຊ້າກ່ວາກຳນົດຍ້ອນ ຂາດພະນັກງານພາສີກວດໜັງສືຜ່ານແດນ.
ການນັດຢຸດງານຢູ່ ອັງກິດ ແລະ ຝລັ່ງ ເຮັດໃຫ້ການເຄື່ອນໄຫວ ໄປ - ມາຖືກຕັດຂາດໃນໂອກາດວັນບຸນ ຄຼິດສະມາດ - ảnh 1ພະນັກງານການແພດເຂົ້າຮ່ວມນັດຢຸດງາຢູ່ລອນດອນ, ປະເທດ ອັງກິດ
(ພາບ:AFP/TTXVN)

ວັນທີ 23 ທັນວາ, ບັນດາພະນັກງານພາສີຢູ່ສະໜາມບິນ ຢູ່ ອັງກິດ ໄດ້ດຳເນີນການນັດຢຸດງານ ຮຽກຮ້ອງໃຫ້ເພີ່ມເງິນເດືອນ. ຂະບວນການນັດຢຸດງານຂອງພະນັກງານຂຶ້ນກັບກຳລັງປ້ອງກັນຊາຍແດນ ອັງກິດ ຄາດວ່າຈະແກ່ຍາວໄປຮອດວັນທີ 31 ທັນວາ. ຜູ້ໂດຍສານນັບແສນຄົນຢູ່ສະໜາມບິນແຫ່ງຕ່າງໆຢູ່ອັງກິດ ອາດຈະຂຶ້ນຍົນຊ້າກ່ວາກຳນົດຍ້ອນ ຂາດພະນັກງານພາສີກວດໜັງສືຜ່ານແດນ.

        ຂະບວນການນັດຢຸດງານພວມກໍ່ຄວາມກົດດັນໃຫ້ລັດຖະບານຂອງ ທ່ານນາຍົກລັດຖະມົນຕີ Rishi Sunak ພາຍຫຼັງຕັດສິນໃຈປະຕິເສດຄຳຮຽກຮ້ອງເພີ່ມເງິນເດືອນຂອງຜູ້ອອກແຮງງານໃນຂົງເຂດ ພາກລັດ.

        ຢູ່ປະເທດ ຝລັ່ງ ກໍ່ພວມຕ້ອງປະເຊີນໜ້າກັບສະພາບຕັດຂາດການເຄື່ອນໄຫວໄປ - ມາ ໃນໂອກາດວັນບຸນ ຄຼິດສະມາດ ໃນຂະນະທີ່ຜູ້ອອກແຮງງານຂະແໜງລົດໄຟມີແຜນການດຳເນີນນັດຢຸດງານໃນ 3 ວັນທ້າຍອາທິດນີ້, ນັບແຕ່ວັນທີ 23 ທັນວາ. ຄາດວ່າ, ຈະມີພະນັກງານຂັບລົດໄຟຢູ່ຝລັ່ງ ປະມານ 50% ຈະນັດຢຸດງານໃນໂອກາດວັນບຸນ ຄຼິດສະມາດ. ນີ້ແມ່ນໜຶ່ງໃນຂະບວນການນັດຢຸດງານຢູ່ ຝລັ່ງ ເຊິ່ງສາຍເຫດແມ່ນເລີ່ມມາຈາກຄ່າໃຊ້ຈ່າຍໃນການດຳລົງຊີວິດເພີ່ມຂຶ້ນສູງໃນຊຸມເດືອນມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ