ການ​ນໍາ ຈີນ ​ເຂົ້າ​ໄວ້ອາ​ໄລ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ

(VOVWORLD) -ຕອນເຊົ້າວັນທີ 14 ສິງຫາ, ທ່ານ ຢາງເຈຍສື ກໍາມະການກົມການເມືອງ ສູນກາງພັກກອມມູນິດ ຈີນ, ຫົວໜ້າຫ້ອງການ ຄະນະກໍາມະການວຽກງານພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຈີນ  ໄດ້ຕາງໜ້າການນໍາພັກ, ລັດຖະບານ ຈີນ ເຂົ້າວາງພວງມາລາ ໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ຢູ່ສະຖານທູດຫວຽດນາມ ປະຈໍາ ປັກກິ່ງ. 
ການ​ນໍາ ຈີນ ​ເຂົ້າ​ໄວ້ອາ​ໄລ​ທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂ໋າຟຽວ - ảnh 1ທ່ານ ຢາງເຈຍສື ກໍາມະການກົມການເມືອງ ສູນກາງພັກກອມມູນິດ ຈີນ, ຫົວໜ້າຫ້ອງການ ຄະນະກໍາມະການວຽກງານພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຈີນ ພ້ອມດ້ວຍຄະນະຜູ້ແທນຈີນ ໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ 

 ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານ ນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ, ທ່ານ ລີ໊ຈານຊູ ປະທານສະພາແຫ່ງຊາດຈີນ, ທ່ານ ວາງຢາງ ປະທານແນວໂຮມປະຊາຊົນຈີນ ໄດ້ຝາກພວງມາລາມາໄວ້ອາໄລ. ໃນການໂອ້ລົມກັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ຈີນ ຟ້າມຊາວມາຍ, ທ່ານ ຢາງເຈຍສື ໄດ້ສະແດງຄວາມໂສກເສົ້າເສຍເດຍຢ່າງສຸດຊື້ງ ແລະ ຝາກຄໍາຢື້ຢາມຖາມຂ່າວຈາກການນໍາພັກ, ລັດຖະບານ ຈີນ ມາຍັງການນໍາພັກ, ລັດຫວຽດນາມ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຫັນຄວາມທຸກໂສກເສຍໃຈນີ້ເປັນກໍາລັງແຮງ, ສືບຕໍ່ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງກວ່າ ໃນພາລະກິດແຫ່ງການກໍ່ສ້າງລັດທິສັງຄົມນິຍົມຂອງຫວຽດນາມ.

        ແລະ ໃນວັນດຽວກັນ, ຕາງໜ້າການນໍາຫຼາຍກະຊວງ, ຂະແໜງການຂອງ ຈີນ ກໍໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ. ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ຄືລາວ, ກໍາປູເຈຍ, ສິງກະໂປ, ມາເລເຊຍ... ປະຈໍາ ຈີນ; ເອກອັກຄະລັດຖະທູດບັນດາປະເທດຄູ່ຮ່ວມມືສໍາຄັນ, ເພື່ອນມິດສະໜິດສະໜົມຂອງຫວຽດນາມຄື ອົດສະຕາລີ, ກູບາ, ອິນເດຍ... ກໍໄດ້ເຂົ້າໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂ໋າຟຽວ ເຊັ່ນດຽວກັນ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ