ການນຳ IOC ແລະ ຄະນະກຳມະການ Olympic ສປປ ເກົາຫຼີ ປຶກສາຫາລືການເຂົ້າຮ່ວມງານມະຫາກຳກິລາ PyeongChang

(VOVWORLD) -  ຮອດຈຸດເວລານີ້, IOC ໄດ້ສົມທົບຢ່າງແໜ້ນແຟ້ນກັບສະຫະພັນສະກີ່ສາກົນ (FIS) ແລະ ສະຫະພັນສະເກັດນ້ຳແຂງສາກົນ (ISU) ເພື່ອພິຈາລະນາເລື່ອງບັນດານັກກິລາ ສປປ ເກົາຫຼີ...

ການນຳ IOC ແລະ ຄະນະກຳມະການ Olympic ສປປ ເກົາຫຼີ ປຶກສາຫາລືການເຂົ້າຮ່ວມງານມະຫາກຳກິລາ PyeongChang - ảnh 1

 ສະມາຊິກຄະນະກຳມະການ Olympic ສປປ ເກົາຫຼີ Chang Ung 

(ພາບ: YONHAP/TTXVN)

ວັນທີ 10 ມັງກອນ, ທ່ານ Thomas Bach, ປະທານຄະນະກຳມະການ Olympic ສາກົນ (IOC) ມີການປຶກສາຫາລືກັບ ສະມາຊິກຄະນະກຳມະການ Olympic ສປປ ເກົາຫຼີ Chang Ung ກ່ຽວກັບບັນຫາຕົວຈິງເມື່ອ ພຽງຢາງ ສົ່ງຄະນະນັກກິລາເຂົ້າຮ່ວມງານມະຫາກຳກິລາ (Olympic) ລະດູໜາວ ຄາດວ່າຈະຈັດຕັ້ງໃນເດືອນກຸມພາ ຢູ່ PyeongChang (ສ ເກົາຫຼີ).

        ຮອດຈຸດເວລານີ້, IOC ໄດ້ສົມທົບຢ່າງແໜ້ນແຟ້ນກັບສະຫະພັນສະກີ່ສາກົນ (FIS) ແລະ ສະຫະພັນສະເກັດນ້ຳແຂງສາກົນ (ISU) ເພື່ອພິຈາລະນາເລື່ອງບັນດານັກກິລາ ສປປ ເກົາຫຼີ  ພວມໄດ້ຮັບການບຳລຸງສ້າງຢູ່ຕ່າງປະເທດ ອາດຈະເຂົ້າຮ່ວມ Olympic ໄດ້ຫຼືບໍ່. ພາຍຫຼັງປຶກສາຫາລືກັບສະຫະພັນດັ່ງກ່າວ, ຄະນະກຳມະການ Olympic ແຫ່ງຊາດ ສປປ ເກົາຫຼີ ຈຶ່ງສົ່ງບັນຊີລາຍຊື່ ສຸດທ້າຍຂອງບັນດານັກກິລາເຂົ້າຮ່ວມງານມະຫາກຳ PyeongChang ໃຫ້  IOC.

ຕອບກັບ

ຂ່າວ/ບົດ​ອື່ນ