ການນຳ VOV ຕ້ອນຮັບ ສະຫະສະມາຄົມກະຈາຍສຽງ ແລະ ໂທລະພາບ ຟີລິບປິນ


(vovworld) – ຕອນ​ເຊົ້າ​ວັນ​ທີ 25/6, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ຖະໜົນ​ກວນ​ສື໋, ຮ່າ​ໂນ້ຍ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ ຫວູຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະຫະສະມາຄົມ​ກະຈາຍສຽງ ​ແລະ ​ໂທລະພາບ ຟີ​ລິບ​ປິນ ​ໂດຍ​ທ່ານ Lito Ocampo Cruz, ປະທານ​ໂທລະພາບ​ດາວທຽ​ມທົ່ວ​ໂລກ (IBC) ຂອງ ຟີ​ລິບ​ປິນ ນຳ​ໜ້າ. 2 ຝ່າຍ​ໄດ້​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ກະຈາຍສຽງ - ​ໂທລະພາບ, ພິ​ເສດ​ແມ່ນ​ເລື່ອງ​ກະຈາຍຄື້ນ FM ​ແລະ ວິວັດ​ການ​ຫັນ​ເປັນດີ​ຈີ​ຕອນ​ບັນດາ​ລາຍການ​ກະຈາຍສຽງ​. ທ່ານ Lito Ocampo Cruz ສະ​ແດງ​ຄວາມ​ປະ​ທັບ​ໃຈ​ທີ່​ມີ​ຕໍ່​ການ​ພັດທະນາ​ຕາມ​ທິ​ດສື່ສານຫຼາຍ​ຮູບ​​ແບບ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV), ພິ​ເສດ​ແມ່ນ​ການ​ພັດທະນາ​ຊ່ອງ VOV ຄົມມະນາຄົມ​ກາຍ​ເປັນ​ຊ່ອງ​ຄົມມະນາຄົມ​ແຫ່ງ​ຊາດ.   ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່ ຫວູຫາຍ ສະ​ແດງ​ຄວາມ​ສົນ​ໃຈ​​ເຖິງ​ບັນດາ​ຜົນງານ​ຂອງ ຟີ​ລິບ​ປິນ ​ໃນ​ການ​ພັດທະນາ​ຮູບ​ແບບ​ກະຈາຍສຽງ​ມີ​ຮູບ, ພ້ອມ​ທັງ​ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ຈະ​ມີ​ການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ​ອັນ​ຍາວ​ນານ​ໃນ​ອະນາຄົດ.

 

ຂ່າວ/ບົດ​ອື່ນ