ການນຳ ລາວ ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າຂອງ ຫວຽດນາມ ເນື່ອງໃນໂອກາດ 75 ປີແຫ່ງວັນສ້າງຕັ້ງກອງທັບປຊຊ ລາວ

(VOVWORLD) - ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ຍາມໃດກໍ່ຈົດຈຳການໜູນຊ່ວຍ ແລະ ຊ່ວຍເຫຼືອຂອງກຳລັງປະກອບອາວຸດ ແລະ ທະຫານອາສາສະໝັກ ຫວຽດນາມ, ທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບນັກຮົບປະຕິວັດ ລາວ ເພື່ອຕໍ່ສູ້ຕ້ານສັດຕູຜູ້ດຽວ.
ການນຳ ລາວ ຕີລາຄາສູງການໜູນຊ່ວຍອັນລ້ຳຄ່າຂອງ ຫວຽດນາມ ເນື່ອງໃນໂອກາດ 75 ປີແຫ່ງວັນສ້າງຕັ້ງກອງທັບປຊຊ ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ອ່ານສູນທອນພົດທີ່ພິທີ
(ພາບ: TTXVN)

        ວັນທີ 19 ມັງກອນ, ຢູ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ໄດ້ຈັດພິທີມິດຕິງລະດັບຊາດ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20 ມັງກອນ 1949 – 20 ມັງກອນ 2024).

        ອ່ານສູນທອນພົດທີ່ພິທີມິດຕິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຫວນຄືນປະຫວັດສາດ, ມູນເຊື້ອ 75 ປີແຫ່ງວັນສ້າງສາ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນ ລາວ; ທ່ານໄດ້ເນັ້ນໜັກວ່າ ການສ້າງຕັ້ງ ແລະ ເຕີບໃຫຍ່ຂອງກອງທັບ ລາວ ຕິດພັນກັບການພັດທະນາຂອງປະຕິວັດຂອງຊາດ- ປະຊາທິປະໄຕ ລາວ, ກໍຄືຂະບວນການປະຕິວັດ ແລະ ການຮ່ວມສຳພັນສູ້ຮົບຂອງ 3 ປະເທດ ລາວ - ຫວຽດນາມ - ກຳປູເຈຍ, ບົນຫຼັກການສະເໝີພາບ, ໜູນຊ່ວຍເຊິ່ງກັນ ແລະ ກັນ ແລະ ເຄົາລົບອະທິປະໄຕຂອງກັນ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເນັ້ນໜັກວ່າ, ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ຍາມໃດກໍ່ຈົດຈຳການໜູນຊ່ວຍ ແລະ ຊ່ວຍເຫຼືອຂອງກຳລັງປະກອບອາວຸດ ແລະ ທະຫານອາສາສະໝັກ ຫວຽດນາມ, ທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບນັກຮົບປະຕິວັດ ລາວ ເພື່ອຕໍ່ສູ້ຕ້ານສັດຕູຜູ້ດຽວ. ທ່ານຢືນຢັນວ່າ, ທຸກຜົນງານ, ໄຊຊະນະ, ກໍຄືການສ້າງກອງທັບໃຫ້ໝັ້ນຂົງເຂັ້ມແຂງ, ເປັນກຳລັງຫຼວງ, ທັນສະໄໝຂອງກອງທັບ ລາວ ໃນຕະຫຼອດ 75 ປີຜ່ານມາ, ລ້ວນແຕ່ຕິດພັນກັບການໜູນຊ່ວຍ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງກອງທັບ ແລະ ລັດຖະບານບັນດາປະເທດເພື່ອນມິດ, ພິເສດແມ່ນ, ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ