ການນຳບັນດາປະເທດ G7 ຢືນຢັນຄືນໃໝ່ການສະໜັບສະໜູນ ຢແກຼນ - ນາໂຕ ສືບຕໍ່ຢືນຢັນຈະຮັບ ຢູແກຼນ ເປັນສະມາຊິກ

(VOVWORLD) - ຜູ້ຕາງໜ້າ ນາໂຕ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ກີແອັບ ແລະ ຢ້ຳຄືນບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ເຊິ່ງບັນດາປະເທດສະມາຊິກ ນາໂຕ ຍົກອອກມາຫວ່າງມໍ່ໆມານີ້
ການນຳບັນດາປະເທດ G7 ຢືນຢັນຄືນໃໝ່ການສະໜັບສະໜູນ ຢແກຼນ - ນາໂຕ ສືບຕໍ່ຢືນຢັນຈະຮັບ ຢູແກຼນ ເປັນສະມາຊິກ - ảnh 1ນາໂຕ ຈະສືບຕໍ່ສະໜັບສະໜູນ ກີແອັບ
(ພາບປະກອບ: AFP/TTXVN)

ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ຈະຮັບ ຢູແກຼນ ເປັນສະມາຊິກ, ບັນຫາທີ່ຍັງເຫຼືອພຽງແຕ່ແມ່ນຈຸດເວລາທີ່ເໝາະສົມເທົ່ານັ້ນ. ນີ້ແມ່ນຄຳກ່າວປາໄສຂອງທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg, ທີ່ຍົກອອກມາໃນວັນທີ 24 ກຸມພາ, ຄົບຮອບ 2 ປີເກີດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ຜູ້ຕາງໜ້າ ນາໂຕ ຢືນຢັນວ່າ, ຈະສືບຕໍ່ສະໜັບສະໜູນ ກີແອັບ ແລະ ຢ້ຳຄືນບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ເຊິ່ງບັນດາປະເທດສະມາຊິກ ນາໂຕ ຍົກອອກມາຫວ່າງມໍ່ໆມານີ້ ທີ່ມີມູນຄ່າຫຼາຍຕື້ USD; ພ້ອມທັງຢືນຢັນວ່າ, ຈະມີບັນດາຄຳໝັ້ນຍາໜູນຊ່ວຍໃໝ່.

ໃນຂະນະນັ້ນ, ໃນວັນດຽວກັນ, ການນຳບັນດາປະເທດຂຶ້ນກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ຈັດກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ອີຕາລີ Giorgia Meloni, ເພື່ອປຶກສາຫາລືບັນຫາ ຢູແກຼນ. ຖະແຫຼງການຂອງການນຳບັນດາປະເທດ G7 ຢືນຢັນວ່າຈະ ສືບຕໍ່ສະໜັບສະໜູນສິດປ້ອງກັນຕົວຂອງ ຢູແກຼນ, ກໍຄືຄຳໝັ້ນສັນຍາດ້ານຄວາມໝັ້ນຄົງຍາວນານຂອງປະເທດນີ້. ຖະແຫຼງການຂອງການນຳ G7 ກໍ່ຢືນຢັນວິວັດທະນາການພື້ນຖານສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານ ສອດຄ່ອງກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ, ກົດໝາຍສານກົນ ແລະ ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ