ການນຳພັກ, ລັດອວຍພອນບຸນເຕັດຢູ່ ກາວບັ່ງ, ລາວກາຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ມອບຂອງຂວັນບຸນເຕັດ 200 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ.
ການນຳພັກ, ລັດອວຍພອນບຸນເຕັດຢູ່ ກາວບັ່ງ, ລາວກາຍ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ຢູ່ແຂວງ ກາວບັ່ງ)

       ຕອນເຊົ້າວັນທີ 16 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນລະດົມກຳລັງໃຈບັນດາກຳລັງປະກອບອາວຸດ; ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ; ສະມາຊິກຊາວໜຸ່ມ, ກຳມະກອນ, ພາລະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ກາວບັ່ງ.

        ທີ່ເມືອງຊາຍແດນ ກວາງຮ່ວາ, ທ່ານນາຍົກລັດຖະມົນຕີ ໄດ້ມອບຂອງຂວັນບຸນເຕັດ 200 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນເມືອງ ກວາງຮ່ວາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ:

        “ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ສືບຕໍ່ມີຂໍ້ລິເລີ່ມ, ລາຍການ, ການເຄື່ອນໄຫວມີຄວາມໝາຍ, ແທດຈິງຫຼາຍຢ່າງ ເພື່ອເບິງແຍງດູແລບຸນເຕັດໃຫ້ຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີ, ກຳມະກອນ, ບັນດາເປົ້າໝາຍນະໂຍບາຍ ແລະ ອຸປະກະລະສັງຄົມ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ປະກອບສ່ວນສ້າງລະດູບານໃໝ່ໃຫ້ອົບອຸ່ນຂຶ້ນຕື່ມໃຫ້ແກ່ທຸກຄົນ, ທຸກຄອບຄົວ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ສຳຫຼວດເຂດດ່ານຊາຍແດນ ຕ່າລຸ່ງ, ເທດສະບານເມືອງ ຕ່າລຸ່ງ, ເມືອງ ກວາງຮ່ວາ; ໄປສຳຫຼວດໂຄງການເສັ້ນທາງຄວາມໄວ້ສູງ ດົ່ງດັງ - ຈ່າລິ້ງ; ອວຍພອນປີໃໝ່ຢູ່ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ຕ່າລຸ່ງ.

        ແລະກໍ່ໃນຕອນເຊົ້າວັນທີ 16 ມັງກອນ, ຢູ່ຕາແສງ ຈິ້ງເຕື່ອງ, ເມືອງ ບາດຊາດ, ແຂວງ ລາວກາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ໂດຍສະມາຄົມກາແດງແຂວງ ລາວກາຍ ສົມທົບກັບຄະນະກຳມະການປະຊາຊົນເມືອງ ບາດຊາດ ຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ