ການນຳພັກ,ລັດຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ທ່ານນາງ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້100 ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄອບຄົວທຸກຍາກ
ການນຳພັກ,ລັດຢ້ຽມຢາມ, ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ - ảnh 1(ທ່ານນາງ ຕ່ອງທິຟ໊ອງ ມອບຂອງຂວັນບຸນເຕັດຢູ່ທ້ອງຖິ່ນຕ່າງໆ)

ເນື່ອງໃນໂອກາດບຸນເຕັດປີຊວດ 2020, ວັນທີ 30 ທັນວາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້100 ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ຄອບຄົວທຸກຍາກຢູ່ເຂດແຄມທະເລເມືອງ ຫວ້ານນິງ, ແຂວງແຄ໊ງຮ່ວາ.

          ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໂງຊວນລິກ, ກໍ່ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງ ລາວກາຍ ແລະ ບັນດາກຳລັງປະກອບອາວຸດໃນບໍລິເວນແຂວງ; ມອບຂອງຂວັນ 120 ພູດໃຫ້ບັນດາກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ກຸ່ມອຸດສາຫະກຳ ຕັ່ງຫຼອງ, ເມືອງ ບາວທັ໊ງ, ແຂວງລາວກາຍ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ