ການນຳພັກ,ລັດ,ລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດກັບບັນດາທ້ອງຖິ່ນ

(VOVWORLD) -ວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມໂດຍກົງກັບບັນດາທ້ອງຖິ່ນຜັນຂະຫຍາຍແຜນການພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2018, ໂດຍລັດຖະບານຈັດຕັ້ງ. ນີ້ແມ່ນກອງປະຊຸມໃຫຍ່ທີ່ສຸດຂອງລັດຖະບານກັບບັນດາທ້ອງຖິ່ນ.

ການນຳພັກ,ລັດ,ລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດກັບບັນດາທ້ອງຖິ່ນ - ảnh 1 ການນຳພັກ,ລັດ,ລັດຖະບານ,ສະພາແຫ່ງຊາດເຂົ້າຮ່ວມ

ກອງປະຊຸມໂດຍກົງທາງເຄືອຂ່າຍອີນເຕີແນັດກັບບັນດາທ້ອງຖິ່ນ

(ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ປີ 2017, ໝາກຜົນການພັດທະນາເສດຖະກິດ, ສັງຄົມບັນລຸໄດ້ຢ່າງຮອບດ້ານພໍສົມຄວນ: ທຸກຄາດໝາຍເຊິ່ງສະພາແຫ່ງຊາດຍົກອອກມາລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍແຜນການ; ການເຕີບໂຕດ້ານເສດຖະກິດບັນລຸ 6,81% - ເຊິ່ງແມ່ນລະດັບສູງກວ່າໝູ່ໃນຊຸມປີຜ່ານມາ; ຄຸນນະພາບກໍ່ໄດ້ຮັບການເຕີບໂຕຂຶ້ນ… ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ບັນດາວຽກງານສັງຄົມກໍ່ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ທ່ານນາຍົກລັດຖະມົນຕີຖືວ່າ, ບັນດາໝາກຜົນທີ່ບັນລຸໄດ້ນັ້ນໄດ້ເຮັດໃຫ້ປະຊາຊົນ ແລະ ເພື່ອນມິດສາກົນມີຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງກ່ຽວກັບຫວຽດນາມ ມີຄວາມສັນຕິພາບ, ສະຖຽນລະພາບ ແລະ ນັມມື້ນັບມີຄວາມວັດທະນາຖາວອນ.

        ບົນຈິດໃຈໝູນໃຊ້ປະໂຫຍດຈາກທ່ວງທ່າພັດທະນາຂອງປີ 2017 ແລະ ຊຸກຍູ້ໂຄງການພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ, ການປະຕິຮູບດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອແນໃສ່ບັນລຸ ແລະ ລື່ນກາຍບັນດາຄາດໝາຍສຳຄັນທີ່ໄດ້ວາງອອກໃຫ້ຊຸມປີຕໍ່ໄປຂອງທັງອາຍຸການ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີຕໍ່ກອງປະຊຸມທິດນຳປີ 2018 ແມ່ນ “ກົດລະບຽບຂໍ້ບັນຄັບ, ສັດຊື່ບໍລິສຸດ, ມີການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”.

        “ພວກເຮົາພ້ອມກັນຕັດສິນໃຈ: ຮັດກຸ່ມກົດລະບຽບຂໍ້ບັນຄັບບໍລິຫານ, ຍົກສູງໜ້າທີ່ຄວາມຮັບຜິດຊອບສ່ວນຕົວ; ສ້າງພື້ນຖານການເຮັດວຽກງານຢ່າງສຸດຈິດສຸດໃຈ, ປອດໄສ, ຕັດສິນໃຈປັດເຂັຍການສໍ້ລາດບັງຫຼວງ, ກໍ່ຄວາມຫຍຸ້ງຍາກໃນການປະຕິບັດລັດຖະການ. ຈົ່ງກະທຳ ແລະ ມີການກະທຳຢ່າງແຮງ, ຂ້ຽວຂາດກວ່າເພື່ອກຳແໜ້ນກາລະໂອກາດ. ໃນການປະຕິບັດໜ້າທີ່ຈົ່ງມີຫົວຄິດປະດິດສ້າງ, ມີປະສິດທິຜົນກວ່າອີກ, ຍາມໃດກໍ່ຊອກຫາວິທີແກ້ໄຂເປັນຢ່າງດີທີ່ສຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂະຫຍັນຂັນເຄື່ອນ ແລະ ການແກ່ງແຍ້ງຂອງພື້ນຖານເສດຖະກິດໃນສະພາບການໃໝ່ ດ້ວຍເຕັກໂນໂລຊີທີ່ມີການປ່ຽນແປງຢ່າງລຽນຕິດ; ເຮັດແນວໃດເພື່ອນຳໃຊ້ແຫຼ່ງກຳລັງຂອງປະຊາຊົນໜ້ອຍທີ່ສຸດຊຸດແຕ່ຕ້ອງນຳມາເຊິ່ງປະສິດທິຜົນຮັບໃຊ້ປະຊາຊົນເປັນຢ່າງດີທີ່ສຸດ”.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍົກອອກທິດທາງຫນ້າທີ່ໃນໄລຍະຈະມາເຖິງ. ນັ້ນແມ່ນ ກ່ອນອື່ນໝົດຕ້ອງສຸມໃສ່ບຸລິມະສິດສ້າງລະບອບນະໂຍບາຍເສດຖະກິດການຕະຫລາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ, ສ້າງການຫັນປ່ຽນຢ່າງແຮງໃນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ຕິດພັນກັບການປ່ຽນໃຫມ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບແຮງງານ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ແລະ ຖືວ່ານີ້ແມ່ນຫນ້າທີ່ພື້ນຖານ, ຈຸດສຸມໃນໄລຍະຈະມາເຖິງ

        “ຕ້ອງມີຄວາມຮັບຮູ້ ແລະ ຊາບຊຶມຮູບແບບເຕີບໂຕຢ່າງເລິກເຊິ່ງ ຊື່ງຫວຽດນາມ ໄດ້ກໍ່ສ້າງແມ່ນຮູບແບບການເຕີບໂຕນັບມື້ນັບອີງໃສ່ເລື່ອງເພີ່ມສະມັດຕະພາບແຮງງານ, ຄຸນນະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດກວ່າ. ລະດົມ, ຈັດແບ່ງ ແລະ ນຳໃຊ້ບັນດາແຫລ່ງກຳລັງຢ່າງມີປະສິດທິຜົນ, ເສີມຂະຫຍາຍນ້ຳໃຈຮັກຊາດ. ສ້າງກາລະໂອກາດໃຫ້ປະຊາຊົນທຸກຄົນໄດ້ເຂົ້າຮ່ວມ ແລະ ພ້ອມກັນໄດ້ຮັບຜົນປະໂຫຍດຈາກການເຕີບໂຕ, ເອົາໃຈໃສ່ຍົກສູງຄຸນນະພາບການເຕີບໂຕ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປະຕິບັດຄວາມກ້າວຫນ້າ ແລະ ຍຸຕິທຳທາງສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາສິ່ງແວດລ້ອມຊີວະພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ