ການນຳພັກ,ລັດຫວຽດນາມຕ້ອນຮັບຮອງປະທານາທິບໍດີບຸນກາຣີ

ການນຳພັກ,ລັດຫວຽດນາມຕ້ອນຮັບຮອງປະທານາທິບໍດີບຸນກາຣີ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
​ຕ້ອນ​ຮັບ​ທ່ານ​ນາງ​​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ບຸນ​ກາ​ຣີMargarita Popova
(ພາບ: TTXVN)

(vovworld) - ວັນ​ທີ 27/11, ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ​​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ບຸນ​ກາ​ຣີ Margarita Popova ພວມ​ຢ້​ຽ​ມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບຸນ​ກາ​ຣີ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫັນການ​ພົວ​ພັນ​ທາງ​ການ​ທູດ ​ເປັນ​ຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ​. ຍາ​ມໃດ​ຫວຽດ​ນາມ ກ​ໍ​ຈົດ​ຈຳ​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ອັນ​ຍິ່ງ​ໃຫຍ່, ມີ​ປະ​ສິດ​ທິ​ຜົນ​ຂອງ​ປະ​ຊາ​ຊົນ ແລະ ລັດ​ຖະ​ບານ​ບຸນ​ກາ​ຣີ ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງຫວຽດ​ນາມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊື່ອ​ໝັ້ນ​ວ່າ, 2 ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ເລິກ​ເຊິງ, ກວ້າງ​ແຂ​ວງ​ໃນ​ທຸກ​ຂົ​ງ​ເຂດ ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ຕອບ​ສະ​ໜອງ​ຄວາ​ມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.

      ​ກ່່າວ​ຄຳ​ເຫັນ​ທີ່ການ​ຕ້ອນ​ຮັບ​ທ່ານ​ນາງຮອງ​ປະ​ທາ​ນາ​ທິ​ບໍ​ດີ​ບຸນ​ກາ​ຣີ Margarita Popova, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າ​ງ​ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ບຸນ​ກາ​ຣີ ແລະ ທ່​ານ​​ນາງ​ຮອງປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ; ພ້ອມ​ທັງ​ສະ​ເໜີ​ໃຫ້ 2 ຝ່າຍ ຕ້ອງ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້​ນ, ຜັນ​ຂະ​ຫຍາຍ​​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ເຊິ່ງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ຕົກ​ລົງຢ່າງແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ