ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການຍົກສູງການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ.
ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການພົວພັນ ຫວຽດນາມ - ອາເມລິກາ - ảnh 1(ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius)

        ໂດຍເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄລຍະ 2014 – 2017 ແລະ ເຮັດວຽກກັບ ຫວຽດນາມ ເປັນເວລາຫຼາຍປີ, ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius ຕີລາຄາວ່າ, ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ການຍົກສູງການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ.

        ປີ 2015, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Barack Obama. ໂດຍແມ່ນຜູ້ສວມບົດບາດຫຼາຍຢ່າງໃນການຊັບຊ້ອນການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ Ted Osius ຢືນຢັນວ່າ, ການເດີນທາງໄປຢ້ຽມຢາມມີຄວາມໝາຍປະຫວັດສາດສຳລັບການພົວພັນຂອງ 2 ປະເທດ, ເມື່ອທ່ານປະທານາທິບໍດີ Barack Obama ໄດ້ຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ທຳນຽບຂາວ. ນີ້ແມ່ນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ.

        ເມື່ອໃຫ້ຂໍ້ສັງເກດກ່ຽວກັບມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ມີຕໍ່ພາລະກິດພັດທະນາປະເທດຊາດ, ກໍຄືໃນການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບຫຼາຍປະເທດອື່ນໃນໂລກ, ທ່ານເອກອັກຄະລັດຖະທູດ Ted Osius, ໃຫ້ຮູ້ວ່າ:

        “ໃນເວລາເກືອບ 13 ປີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຳລົງຕຳແໜ່ງຂອງຕົນ, ຫວຽດນາມ ໄດ້ເຊື່ອມໂຍງເຂົ້າພື້ນຖານເສດຖະກິດທົ່ວໂລກຢ່າງຮອບດ້ານ. ພື້ນຖານເສດຖະກິດ ຫວຽດນາມ ພວມບັນລຸລະດັບເຕີບໂຕກວ່າ 6,5% ໃນປີ 2024. ຫວຽດນາມ ແມ່ນສູນເຄືອຂ່າຍບັນດາການພົວພັນແລກປ່ຽນການຄ້າ ແລະ ນັບມື້ນັບວັດທະນາຖາວອນຜ່ານແຕ່ລະປີ. ການພົວພັນດ້ານການຄ້າກັບ ອາເມລິກາ ແມ່ນແຂງແຮງທີ່ສຸດ ໃນຂະນະທີ່ການລົງທຶນຈາກ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍ່ຄືບັນດາປະເທດອື່ນນັບມື້ນັບເພີ່ມຂຶ້ນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສ້າງມໍລະດົກນັ້ນແມ່ນ ຫວຽດນາມ ນັບມື້ນັບມີຄວາມວັດທະນາຖາວອນກວ່າ. ”

ຕອບກັບ

ຂ່າວ/ບົດ​ອື່ນ