ການ​ນຳ​ລາວ​ສົ່ງ​ໂທ​ລະ​ເລກ​ຢຶ​ຢາມ​ຖາມ​ຂ່າວ ຫວຽດ​ນາມ

(VOVWORLD) - ບັນດາການນຳຂັ້ນສູງຂອງລາວໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈ ແລະ ການແບ່ງປັນຢ່າງເລິກເເຊິ່ງມາຍັງການນຳຂັ້ນສູງ ຫວຽດນາມ, ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້
ການ​ນຳ​ລາວ​ສົ່ງ​ໂທ​ລະ​ເລກ​ຢຶ​ຢາມ​ຖາມ​ຂ່າວ ຫວຽດ​ນາມ - ảnh 1ພາບປະກອບ

ໂດຍໄດ້ຮັບຂ່າວ ພາຍຸ Yagi ພັດເຂົ້າ ຫວຽດນາມ ກໍ່ຜົນເສຍຫາຍຢ່າງໜັກໜ່ວງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ ຫວຽດນາມ, ວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສົ່ງໂທລະເລກຢຶຢາມຖາມຂ່າວ ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ໃນໂທລະເລກ, ບັນດາການນຳຂັ້ນສູງຂອງລາວໄດ້ສົ່ງຄຳຢຶ້ຢາມຖາມຂ່າວຢ່າງສຸດໃຈ ແລະ ການແບ່ງປັນຢ່າງເລິກເເຊິ່ງມາຍັງການນຳຂັ້ນສູງ ຫວຽດນາມ, ກໍ່ຄືພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງ ແລະ ຄອບຄົວບັນດາຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ ແລະ ເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດຖະບານ ຫວຽດນາມ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ, ປະຊາຊົນ ຫວຽດນາມ ຈະ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຊີວິດຂອງປະຊາຊົນ ແລະ ເຂດຖືກຜົນສະທ້ອນຈາກໄພທຳມະຊາດຈະກັບຄືນສູ່ເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ