ການນຳລາວໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈິມີນແລະສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 30 ສິງຫາ ຢູ່ສຳນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຢູ່ ນະຄອນຫລວງ ວຽງຈັນ, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ສປປ ລາວ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ໂຮ່ຈິມີນ 
ການນຳລາວໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈິມີນແລະສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ - ảnh 1ສາດສະດາ ປອ ຫງວຽນຊວນທັງ ແລະ ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດລາວ 

ໂດຍ ສາດສະດາຈານ ປອ ຫງວຽນຊວນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈິມີນ ນຳຫນ້າ ແລະ ຄະນະຜູ້ແທນສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໂດຍ ສາດສະດາຈານ ປອ ຫງວຽນກວາງທວນ, ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ນຳຫນ້າ ເນື່ອງໃນໂອກາດສອງຄະນະ ເຂົ້າຮ່ວມກອງປະສຳມະນາວິທະຍາສາດ “ແນວຄິດປະທານໂຮ່ຈິມີນ ກັບການປະຕິວັດຫວຽດນາມ - ແນວຄິດ ປະທານໄກສອນ ພົມວິຫານ ກັບການປະຕິວັດລາວ”. ທີ່ການຕ້ອນຮັບ, ທ່ານ ພັນຄຳ ວິພາວັນ ເນັ້ນຫນັກວ່າ ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນໃນວຽກງານຄົ້ນຄ້ວາຂອງທັງສອງຝ່າຍ. ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ກໍ່ປາດຖະຫນາວ່າ ນອກຈາກເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ບັນດາຜູ້ແທນກໍ່ຍາດເວລາສ່ວນຫລາຍເພື່ອໄປຢ້ຽມຢາມບັນດາທັດສະນີຍະພາບຢູ່ນະຄອນຫລວງ ວຽງຈັນ ແລະຊອກຮູ້ການພັດທະນາເສດຖະກິດສັງຄົມຢູ່ລາວ. 

ຕອບກັບ

ຂ່າວ/ບົດ​ອື່ນ